ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໂອ້ລົມທາງ​ໂທ​ລະ​ສັບ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໂອ້ລົມທາງ​ໂທ​ລະ​ສັບ

(VOVWORLD) - ຕອນຄ່ຳວັນທີ 02 ກໍລະກົດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ແລະ ການເຈລະຈາກ່ຽວກັບພາສີນຳເຂົ້າ - ສົ່ງອອກລະຫວ່າງສອງປະເທດ.

ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)

ໃນການໂອ້ລົມ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Donald Trump  ໄດ້ຊົມເຊີຍເລື່ອງສອງຄະນະເຈລະຈາຂອງສອງປະເທດ ໄດ້ຕົກລົງເປັນເອກະພາບຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ກ່ຽວກັບກອບສົນທິສັນຍາການຄ້າສົມທົບ, ຄວາມຍຸຕິທຳ ແລະ ດຸ່ນດ່ຽງ. ທ່ານປະທານາທິບໍດີ Donald Trump  ຕີລາຄາສູງເລື່ອງ ຫວຽດນາມ ໃຫ້ຄຳໝັ້ນສັນຍາອຳນວຍຄວາມສະດວກໃຫ້ສິນຄ້າ ອາເມລິກາ ໄດ້ສຳຜັດກັບຕະຫຼາດບຸລິມະສິດ, ໃນນັ້ນມີລົດໂອໂຕແຮງຈັກສູງ. ທ່ານຢັ້ງຢືນວ່າ ອາເມລິກາ ຈະຫຼຸດອັດຕາພາສີສົມທົບລົງຫຼາຍພໍສົມຄວນສຳລັບສິນຄ້າສົ່ງອອກຫຼາຍປະເພດຂອງ ຫວຽດນາມ ແລະ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ໃນການແກ້ໄຂບັນດາຂໍ້ຕິດຂັດທີ່ສົ່ງຜົນກະທົບຕໍ່ການພົວພັນດ້ານການຄ້າສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງສອງຝ່າຍໃຫ້ບຸລິມະສິດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ຝ່າຍ ອາເມລິກາ ຮັບຮອງເອົາພື້ນຖານເສດຖະກິດ ຫວຽດນາມ ແມ່ນເສດຖະກິດການຕະຫຼາດໂດຍໄວ ແລະ ລົບລ້າງຂໍ້ຈຳກັດການສົ່ງອອກສຳລັບສິນຄ້າເຕັກໂນໂລຢີສູງຈຳນວນໜຶ່ງ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Donald Trump  ກໍໄດ້ແລກປ່ຽນກ່ຽວກັບບາງທິດທາງ, ມາດຕະການໃຫຍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນຊຸມປີຈະມາເຖິງ. ການນຳສອງທ່ານກໍໄດ້ຮັບຮອງເອົາການເພີ່ມທະວີການແລກປ່ຽນຄະນະ, ພົບປະການນຳຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ພິເສດແມ່ນໃນບັນດາຂົງເຂດທີ່ມີຄວາມໝາຍແກ່ນສານ, ບຸກທະລຸຄືວິທະຍາສາດ, ເຕັກໂນໂລຢີສູງ.

ວັນຫຽວ

This site is protected by reCAPTCHA and the Google Privacy Policy and Terms of Service apply.