ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ຫໍ​ພິ​ພິ​ຕະ​ພັນ ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ຫໍ​ພິ​ພິ​ຕະ​ພັນ ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ຫໍພິພິຕະພັນ ຈະແມ່ນສະຖານທີ່ແດງໃນການສຶກສາມູນເຊື້ອປະຕິວັດ, ປະກອບສ່ວນເພີ່ມເຕີບຄວາມໄວ້ເນື້ອເຊື່ອໃຈ, ອຸດົມການ, ຄຸນສົມບັດການປະຕິວັດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນໄວໜຸ່ມ.

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາການນຳ ເຂົ້າຮ່ວມ ພິທີເລີ່ມລົງມືກໍ່ສ້າງຫໍພິພິຕະພັນພັກກອມມູນິດ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930- 03/02/2026) ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຕອນເຊົ້າວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງຫໍພິພິຕະພັນພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ. ຫໍພິພິຕະພັນ ຈະແມ່ນສະຖານທີ່ແດງໃນການສຶກສາມູນເຊື້ອປະຕິວັດ, ປະກອບສ່ວນເພີ່ມເຕີບຄວາມໄວ້ເນື້ອເຊື່ອໃຈ, ອຸດົມການ, ຄຸນສົມບັດການປະຕິວັດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນໄວໜຸ່ມ; ແມ່ນສະຖານທີ່ແນະນຳກັບເພື່ອນມິດສາກົນກ່ຽວກັບປະຫວັດສາດ, ບົດບາດ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງພັກກອມມູນິດ ຫວຽດນາມ ຕໍ່ພາລະກິດແຫ່ງການປົດປ່ອຍຊາດ ໃນທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.