ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເປັນ​ປະ​ທ​ານ​ກອງ​ປ​ະ​ຊຸມ​ຄັ້ງ​ທີ 3 ຂອງ ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສະຫຼຸບ​ມະ​ຕິ​ເລກ​ທີ 18

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເປັນ​ປະ​ທ​ານ​ກອງ​ປ​ະ​ຊຸມ​ຄັ້ງ​ທີ 3 ຂອງ ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສະຫຼຸບ​ມະ​ຕິ​ເລກ​ທີ 18

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າຈຸດເວລານີ້ການປະຕິວັດກ່ຽວກັບການປັບປຸງກົງລະບົບການເມືອງ ໃຫ້ກະທັດລັດໄດ້ຮັບການຮັບຮູ້, ຕີລາຄາສູງ ຈາກປະຊາຊົນທຸກຂັ້ນຄົນ ແລະ ປະຊາຄົມສາກົນແລະ ນີ້ແມ່ນບົດຮຽນປະສົບການອັນລ້ຳຄ່າເພື່ອຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງະຊຸມ (ພາບ: VOV)

ຕອນເຊົ້າວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ໂຕເລິມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບມະຕິເລກທີ 18 ກ່ຽວກັບການປ່ຽນແປງໃໝ່, ປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳ. ພ້ອມກັນນັ້ນມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລືອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າຈຸດເວລານີ້ການປະຕິວັດກ່ຽວກັບການປັບປຸງກົງລະບົບການເມືອງ ໃຫ້ກະທັດລັດໄດ້ຮັບການຮັບຮູ້, ຕີລາຄາສູງ ຈາກປະຊາຊົນທຸກຂັ້ນຄົນ ແລະ ປະຊາຄົມສາກົນແລະ ນີ້ແມ່ນບົດຮຽນປະສົບການອັນລ້ຳຄ່າເພື່ອຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

ຮັບປະກັນບັນດາອົງການສຳນັກງານ, ຫົວໜ່ວຍກ່ອນ, ໃນ ແລະ ພາຍຫຼັງການປັບປຸງມີການເຄື່ອນໄຫວຢ່າງຕໍ່ເນື່ອງ, ລຸລ່ວງ, ມີປະສິດທິຜົນ, ປະສິດທິພາບ, ບໍ່ຂາດວັກຂາດຕອນໃນການເຮັດວຽກ, ບໍ່ປະລະະໜ້າທີ່ ຂົງເຂດ, ບໍ່ສົ່ງຜົນສະທ້ອນຕໍ່ບັນດາການເຄື່ອນໄຫວເປັນປົກກະຕິ.

This site is protected by reCAPTCHA and the Google Privacy Policy and Terms of Service apply.