ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະຊຸມ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານກອງ​ປະຊຸມ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີນະວັດຕະກຳ ແລະ ຫັນເປັນດີຈີຕອນ (ຄະນະຊີ້ນຳ). ເຂົ້າຮ່ວມກອງປະຊຸມ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມ

  ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄຳຮຽກຮ້ອງມຸ່ງໄປເຖິງການເປັນເຈົ້າຂອງວິທະຍາສາດເຕັກໂນໂລຢີ ຢ່າງມີການຄັດເລືອກ ຈາກປະສົບການສາກົນ, ໂດຍສະເພາະແມ່ນຈາກບັນດາປະເທດນຳໜ້າໃນການນະວັດຕະກຳ; ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນໄລຍະຈະມາເຖິງ ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກຂໍ້ຕິດຂັດໃນວິວັດທະນາການຜັນຂະຫຍາຍ. ໄປຄຽງຄູ່ກັນນັ້ນ, ກໍຕ້ອງເພີ່ມທະວີບັນດາໂຄງການບຳລຸງສ້າງໃຫ້ແກ່ພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານ ກ່ຽວກັບການຫັນເປັນດີຈີຕອນ, ນະວັດຕະກຳ ໂດຍສະເພາະແມ່ນການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນຊີວິດຕົວຈິງ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

        “ລັດຖະມົນຕີບັນດາກະຊວງການເງິນ, ວິທະຍາສາດ, ເຕັກໂນໂລຢີ, ການສຶກສາບຳລຸງສ້າງ, ຕຳຫຼວດ, ພາຍໃນ, ກະສິກຳ ແລະ ສິ່ງແວດລ້ອມ ແລະ ບັນດາອົງການທີ່ກ່ຽວຂ້ອງ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການປະຕິບັດຮູບແບບການຮ່ວມມື ລະຫວ່າງ ພາກລັດ - ໂຄງຮຽນ/ສະຖາບັນຄົ້ນຄວ້າ ກັບວິສາຫະກິດ, ພັດທະນານະຄອນອັດສະລິຍະພັດທະນາບັນດາເຂດເຕັກໂນໂລຢີສູງ”.

ວັນຫຽວ

This site is protected by reCAPTCHA and the Google Privacy Policy and Terms of Service apply.