ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ

(VOVWORLD) - ຕອນບ່າຍວັນທີ 11 ມີນາ, ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ກໍ່ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ສິງກະໂປ.

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານນາງ ເຈິ່ນທິເລິມ, ທີ່ປຶກສາບໍລິສັດ Shangri – La Healthcare Invesment (ພາບ: VOV) 

ໃນຕ້ອນຮັບທ່ານນາງ ເຈິ່ນທິເລິມ, ທີ່ປຶກສາບໍລິສັດ Shangri – La Healthcare Invesment, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ Shangri – La Healthcare Invesment ຍູ້ໄວຄວາມຄືບໜ້າບັນດາໂຄງການທີ່ພວມປະຕິບັດ, ສືບຕໍ່ລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມ. ຫວຽດນາມ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ພ້ອມທັງສະເໜີໃຫ້ບັນດາອົງການເຈົ້າໜ້າທີ່, ອຳນາດການປົກຄອງທ້ອງຖິ່ນຮ່ວມເດີນທາງກັບນັກລົງທຶນເພື່ອຊຸກຍູ້ການຜັນຂະຫຍາຍໂຄງການ.

ທ່ານ Lim Boon Heng, ປະທານກຸ່ມບໍລິສັດ Temasek ແລະ ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)

        ໃນການຕ້ອນຮັບທ່ານ Lim Boon Heng, ປະທານກຸ່ມບໍລິສັດ Temasek, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດບັນດາເປົ້າໝາຍພັດທະນາເສດຖະກິດ, ຮຽກຮ້ອງມີເຕັກໂນໂລຢີໃໝ່, ຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ແຫຼ່ງກຳລັງຈາກຕ່າງປະເທດ, ໃນນັ້ນ ມີບັນດາກອງທຶນລົງທຶນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນສະພາບແວດລ້ອມລົງທຶນທີ່ສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນ ມີບັນດານັກລົງທຶນ ສິງກະໂປ. ການນຳກຸ່ມບໍລິສັດກໍສະແດງຄວາມສົນໃຈເຖິງຂົງເຂດຫັນເປັນດີຈີຕອນສີຂຽວ, ພະລັງງານທົດແທນ ແລະ ປາດຖະໜາມີໂອກາດເຂົ້າຮ່ວມລະບົບນິເວດດັ່ງກ່າວ.

        ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ໃຫ້ການຕ້ອນຮັບປະທານສະພາບໍລິຫານ SembCorp; ຜູ້ອຳນວຍການຝ່າຍບໍລິຫານກຸ່ມອະສັງຫາລິມະຊັບ Keppel; ປະທານອົງການການເງິນ CMIA Capital Partners.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສາຍການບິນໂດຍກົງ ສິງກະໂປ - ຝຸກວັກ (ກຽນຢາງ) ຂອງບໍລິສັດການບິນ Vietjet ແລະ ລົງນາມໃນຂໍ້ຕົກລົງຊ່ວຍເຫຼືອຊື້ເຄື່ອງບິນມີມູນຄ່າ 300 ລ້ານ USD  ລະຫວ່າງ Vietjet ແລະ Carlyle Aviation Partners.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.