ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສີ​ລັງ​ກາ

(VOVWORLD) - ຕອນບ່າຍວັນທີ 4 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka ການນຳພັກແນວໂຮມປົດປ່ອຍປະຊາຊົນ ສີລັງກາ (JVP), ເນື່ອງໃນໂອກາດທ່ານມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນ ວິສາຂະບູຊາ ສປຊ– Vesak 2025.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka (ພາບ: TTXVN)

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Anura Kumara Dissanayaka ໄດ້ສະແດງຄວາມດີໃຈຕໍ່ການພັດທະນາແບບຍືນຍົງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສີລັງກາ ໃນ 55 ປີຜ່ານມາ, ເນັ້ນໜັກເຖິງນ້ຳໃຈມິດຕະພາບທີ່ຍາວນານ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນແລະກັນ ແມ່ນພື້ນຖານສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ ແຕ່ລະປະເທດຢ່າງມີປະສິດທິຜົນ ແລະ ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງເພື່ອນຳການພົວພັນຂຶ້ນສູ່ລະດັບສູງໃໝ່.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Anura ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງພັກກຳອຳນາດໃຫ້ຫຼາຍກ່ວາອີກ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ນຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບກາຍເປັນເສົາຄ້ຳໃໝ່ໃນການພົວພັນສອງປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ດ້ວຍທ່າແຮງຂອງຕົນ, ຫວຽດນາມ ປາດຖະໜາຢາກ ຮ່ວມເດີນທາງ ແລະ ຮ່ວມມືກັບສີລັງກາ ໃນການພັດທະນາເສດຖະກິດສັງຄົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.