ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ຫວຽດ​ນາມ ຍາມ​ໃດ​ກໍ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະ​ຊາ​ຊົນ ກູ​ບາ

(VOVWORLD) - ຕອນບ່າຍວັນທີ 2 ກຸມພາ, ຢູ່ສຳນັກງານສູນກາງພັກ, ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດ ກູບາ, ລັດສ. ກູບາ, ລັດຖະມົນຕີການຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມຢູ່ ຫວຽດນາມ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕ້ອນຮັບທ່ານ Bruno Rodríguez Parrilla ທູດພິເສດພັກກອມມູນິດ ກູບາ, ລັດສ. ກູບາ, ລັດຖະມົນຕີການຕ່າງປະເທດ ກູບາ 

ນະທີ່ນີ້, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ແນວທາງການຕ່າງປະເທດທີ່ໄດ້ກຳນົດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມນັ້ນແມ່ນ, ສາຍພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ພິເສດແມ່ນ ກູບາ, ຍາມໃດກໍຮັບບຸລິມະສິດແຖວໜ້າ; ຫວຽດນາມ ຍາມໃດກໍສາມັກຄີ, ສະໜັບສະໜູນ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ກູບາ ແລະ ຮຽກຮ້ອງໃຫ້ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດພຽງລຳພັງຝ່າຍດຽວສຳລັບ ກູບາ. ໃນການຕ້ອນຮັບ, ສອງຝ່າຍໄດ້ຕົກລົງເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ; ຮັກສາບັນດາກົນໄກຮ່ວມມື, ແລກປ່ຽນທິດສະດີ, ແບ່ງປັນບົດຮຽນປະສົບການພຶດຕິກຳຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ, ບຳລຸງກໍ່ສ້າງພະນັກງານ ແລະ ຄຸ້ມຄອງລັດ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນປະສົບການ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືກ່ຽວກັບເຂົ້າສານ, ສົ່ງເສີມ ແລະ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດລົງທຶນຢູ່ ກູບາ. ທ່ານທູດພິເສດ Bruno Rodríguez Parrilla  ຢັ້ງຢືນວ່າ ກູບາ ຍາມໃດກໍໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ເຊັ່ນ: ພະລັງງານແສງຕາເວັນ, ການຜະລິດເຄື່ອງໃຊ້ສອຍ, ການທ່ອງທ່ຽວ ແລະ ການຢາ.

ກໍໃນວັນດຽວກັນ, ທ່ານທູດພິເສດ Bruno Rodríguez Parrilla  ໄດ້ມີການພົບປະກັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.