ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ເຊັກ​ໄບ​ຊານ Ali Asadov

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ເຊັກ​ໄບ​ຊານ Ali Asadov

(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ອາເຊັກໄບຊານ, ວັນທີ 8 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ພົບປະກັບທ່ານນາຍົກລັດຖະມົນຕີ ອາເຊັກໄບຊານ Ali Asadov.

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອາເຊັກໄບຊານ Ali Asadov
(ພາບ: TTXVN)

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງເລື່ອງການນຳຂັ້ນສູງສອງປະເທດ ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ອາເຊັກໄບຊານ ແມ່ນຂີດໝາຍປະຫວັດສາດ, ເປີດສັງກາດໃໝ່ໃນການພົວພັນສອງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ Ali Asadov ຢັ້ງຢືນວ່າ ອາເຊັກໄບຊານ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ແລະ ຖື ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຢູ່ການພົບປະ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ບົດບາດຂອງສະພາແຫ່ງຊາດສອງປະເທດໃນການສົມທົບກັນ, ໜູນຊ່ວຍ ແລະ ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການຍູ້ແຮງການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນສອງຝ່າຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.