ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ແລະ ທ່ານ​ພົນ​ເອກ ວັນ​ຕຽນ​ຢຸງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບ ແລະ ທ່ານ​ພົນ​ເອກ ວັນ​ຕຽນ​ຢຸງ

(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຈູດທູບໃຕ້ທຽນອາໄລຫາພົນເອກ ຫວໍງວຽນຢາບ, ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກກອງທັບສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການໃຫຍ່ກອງທັບປະຊາຊົນ ຫວຽດນາມ.

 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຈູດທູບໃຕ້ທຽນອາໄລຫາພົນເອກ ຫວໍງວຽນຢາບ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນບ່າຍວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຈູດທູບໃຕ້ທຽນອາໄລຫາພົນເອກ ຫວໍງວຽນຢາບ, ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກກອງທັບສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການໃຫຍ່ກອງທັບປະຊາຊົນ ຫວຽດນາມ. ຊີວິດການເຄື່ອນໄຫວຂອງພົນເອກ ຫວໍງວຽນຢາບ ແມ່ນຕິດພັນກັບວິວັດທະນາການພັດທະນາຂອງການປະຕິວັດ ຫວຽດນາມ ແລະ ບັນດາຂີດໝາຍປະຫວັດສາດສຳຄັນພິເສດຂອງຊາດ.

ທ່ານເລຂາທິການໃຫຍ່ຈູດທູບໄຕ້ທຽນອາໄລຫາພົນເອກ ວັນຕຽນຢຸງ, (ພາບ: TTXVN)

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ກໍໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພົນເອກ ວັນຕຽນຢຸງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ໃນການຕໍ່ຕ້ານກູ້ຊາດ, ທ່ານພົນເອກ ວັນຕຽນຢຸງ ໄດ້ຊີ້ນຳໂດຍກົງໃນຫຼາຍບັ້ນຮົບສຳຄັນທີ່ຍາດໄດ້ໄຊຊະນະ. ນັ້ນແມ່ນບັ້ນຮົບເສັ້ນທາງເລກທີ 9 - ພາກໃຕ້ ລາວ ປີ 1971, ບັ້ນຮົບປ້ອງກັນອາກາດ ເດືອນທັນວາ 1972, ບັ້ນຮົບປົດປ່ອຍ ໄຕງວຽນ ເມື່ອປີ 1975 ແລະ ບັ້ນຮົບ ໂຮ່ຈີມິນ ປະຫວັດສາດ ເດືອນ ເມສາ 1975 ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.


This site is protected by reCAPTCHA and the Google Privacy Policy and Terms of Service apply.