ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ສົ່ງ​ສານ​ເມືອ​ມາ​ຮອດ​ຫວຽດ​ນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ສົ່ງ​ສານ​ເມືອ​ມາ​ຮອດ​ຫວຽດ​ນາມ

(VOVWORLD) - ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊົມເຊີຍບັນດາຜົນສຳເລັດອັນຍິ່ງໃຫຍ່ຂອງ ຫວຽດນາມ ໃນພາລະກິດປະຕິວັດ ແລະ ພັດທະນາຂອງປະເທດຊາດ

ພາບປະກອບ: VOV

ຕອນບ່າຍວັນທີ 14 ເມສາ, ພາຍຫຼັງເດີນທາງມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ (14 – 15 ເມສາ) ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງກອມມູນິດ ຫວຽດນາມໂຕເລິມ ແລະ ທ່ານປະທານປະເທດ ສສ.ຫວຽດນາມ ເລືອງເກືອງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງສານ. ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຊົມເຊີຍບັນດາຜົນສຳເລັດອັນຍິ່ງໃຫຍ່ຂອງ ຫວຽດນາມ ໃນພາລະກິດປະຕິວັດ ແລະ ພັດທະນາຂອງປະເທດຊາດ, ທ່ານເນັ້ນໜັກວ່າ ຈີນ ແລະ ຫວຽດນາມແມ່ນສອງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ, ມີພູຜາແມ່ນ້ຳຕິດຈອດກັນ, ມີຄວາມສະໜິດຕິດພັນ ແລະ ແມ່ນປະຊາຄົມພ້ອມກັນແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.