ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ ວາງ​ເປົ້າ​ໝາຍ​ດິນ​ຟ້າອາ​ກາດ​ໃໝ່​ໂດຍ​ໄວ ແລະ ເລິກ​ເຊິ່ງ​ກ່​ວາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ ວາງ​ເປົ້າ​ໝາຍ​ດິນ​ຟ້າອາ​ກາດ​ໃໝ່​ໂດຍ​ໄວ ແລະ ເລິກ​ເຊິ່ງ​ກ່​ວາ

(VOVWORLD) - ຕາມທ່ານ Antonio Guterres, ບັນດາປະເທດປະກາດຕ້ອງມີບັນດາເປົ້າໝາຍໃໝ່ກ່ຽວກັບດິນຟ້າອາກາດເພື່ອສ້າງກຳລັງໜູນໃຫ້ແກ່ບັນດາການເຈລະຈາກ່ຽວກັບດິນຟ້າອາກາດ ທົ່ວໂລກ ຢູ່ກອງປະຊຸມຄັ້ງທີ 30 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ຈະດຳເນີນໃນເດືອນພະຈິກ ຈະມາເຖິງຢູ່ ບຣາຊິນ.

ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ  (ພາບ: REUTERS/Mike Segar)

ວັນທີ 24 ກັນຍາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ທຸກປະເທດເຂົ້າຮ່ວມຂໍ້ຕົກລົງວ່າດ້ວຍດິນຟ້າອາກາດ ປາຣີ ວາງອອກບັນດາແຜນການກ່ຽວກັບດິນຟ້າອາກາດໃໝ່ ໃຫ້ແກ່ປີ 2035 ເພື່ອແນໃສ່ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດໂດຍໄວ ແລະ ເລິກເຊິ່ງກ່ວາ ເມື່ອທຽບກັບຄຳໝັ້ນສັນຍາກ່ອນນັ້ນ. ຄຳຮຽກຮ້ອງຂອງທ່ານ ເລຂາທິການໃຫຍ່ ສປຊ ໄດ້ຍົກອອກມາຢູ່ກອງປະຊຸມສຸດຍອດບັນດາການນຳກ່ຽວກັບດິນຟ້າອາກາດ ຢູ່ນອກກອງປະຊຸມຂອງສະມັດຊາດໃຫຍ່ ສປຊ ຊຸດທີ 80. ຕາມທ່ານ Antonio Guterres, ບັນດາປະເທດປະກາດຕ້ອງມີບັນດາເປົ້າໝາຍໃໝ່ກ່ຽວກັບດິນຟ້າອາກາດເພື່ອສ້າງກຳລັງໜູນໃຫ້ແກ່ບັນດາການເຈລະຈາກ່ຽວກັບດິນຟ້າອາກາດ ທົ່ວໂລກ ຢູ່ກອງປະຊຸມຄັ້ງທີ 30 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ຈະດຳເນີນໃນເດືອນພະຈິກ ຈະມາເຖິງຢູ່ ບຣາຊິນ.

ປັດຈຸບັນ, ພວກເຮົາຕ້ອງມີບັນດາແຜນການໃໝ່ໃຫ້ແກ່ປີ 2035, ເດີນໄປໄກກ່ວາ ແລະ ໄວກ່ວາຫຼາຍ: ປະຕິບັດການຫຼຸດຜ່ອນການປ່ອຍອາຍພິດລົງຢ່າງແຮງ ຕາມເປົ້າໝາຍແມ່ນ ຫຼຸດອຸນຫະພູມທົ່ວໂລກລົງ 1,5 ອົງສາຊີ, ກວມລວມທຸກຂົງເຂດ ແລະ ຂະແໜງການທີ່ປ່ອຍອາຍພິດ, ພ້ອມທັງ ຍູ້ໄວວິວັດການຫັນປ່ຽນພະລັງງານແບບຍຸຕິທຳທົ່ວທົ່ວໂລກ. ແຜນການໃໝ່ຂອງບັນດາປະເທດ ອາດສາມາດພາພວກເຮົາກ້າວຂຶ້ນບາດໜຶ່ງທີ່ຫຼາຍພໍສົມຄວນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.