ຂ່າວເດັ່ນ

ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ

ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ຢູ່ EXPO Osaka 2025, ຍີ່ປຸ່ນ

(VOVWORLD) - ປະຈຸບັນ, ມີ 56% ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ມີແຜນການເພີ່ມເງິນລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດໃນເວລາ 1 ປີຈະມາເຖິງ.

(ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສ)

        ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ຕອນບ່າຍວັນທີ 09 ກັນຍາ, ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນປະທານເວທີປາໄສເສດຖະກິດ ຫວຽດນາມ - Kansai ໃນບັນດາເຫດການ “ວັນແຫ່ງຊາດ ຫວຽດນາມ” ຢູ່ທີ່ EXPO Osaka 2025. ດ້ວຍຫົວຂໍ້ “ຮ່ວມມືສ້າງອະນາຄົດ, ເຊື່ອມຕໍ່ລະບົບມູນຄ່າທົ່ວໂລກ”, ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ ຍີ່ປຸ່ນ 150 ແຫ່ງ ແລະ ວິສາຫະກິດ ຫວຽດນາມ 50 ແຫ່ງ.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ເນັ້ນໜັກວ່າ:

        “ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາ, ແຜ່ຂະຫຍາຍພາບພົດຂອງ ຫວຽດນາມ ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ເຊື່ອມໂຍງຢ່າງເລິກເຊິ່ງຕໍ່ເພື່ອນມິດສາກົນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຊຸກຍູ້ການແລກປ່ຽນດ້ານການເມືອງ, ວັດທະນະທຳ ແລະ ເປີດກວ້າງການຮ່ວມມືດ້ານເສດຖະກິດກັບ ຍີ່ປຸ່ນ ກໍຄືກັບເພື່ອນມິດສາກົນອີກດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ເວທີປາໄສຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນແລກປ່ຽນ, ການຮ່ວມມືລະຫວ່າງ Kansai ແລະ  ຫວຽດນາມ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ໜັກແໜ້ນກວ່າ”.

        ສ່ວນທ່ານ Takashima Tomohiro, ຮອງປະທານຝ່າຍບໍລິຫານອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ໃຫ້ຮູ້ວ່າ: ດ້ວຍທ່າແຮງມີປະຊາກອນກວ່າ 100 ລ້ານຄົນ ແລະ GDP ຄິດສະເລ່ຍຕໍ່ຫົວຄົນບັນລຸເກືອບ 5.000 USD, ຫວຽດນາມ ແມ່ນຕະຫຼາດບໍລິໂພກທີ່ມີຄວາມສາມາດບົ່ມຊ້ອນ. ທ່ານ Takashima Tomohiro, ເນັ້ນໜັກວ່າ:

        “ປະຈຸບັນ, ມີ 56% ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ມີແຜນການເພີ່ມເງິນລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດໃນເວລາ 1 ປີຈະມາເຖິງ. ບັນດາວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ. ແຕ່ລະປີ, JETRO ໄດ້ຮັບ ແລະ ໃຫ້ການທາບທາມຄວາມເຫັນຂອງວິສາຫະກິດກວ່າ 4.000 ແຫ່ງທີ່ຢາກລົງທຶນເຂົ້າ ຫວຽດນາມ. ນີ້ແມ່ນຕົວເລກສູງທີ 3 ໃນຈຳນວນບັນດາປະເທດໃນໂລກ ແລະ ສູງທີ່ສຸດໃນ ອາຊຽນ”.

        ກ່າວຄຳເຫັນສະຫຼຸບເວທີປາໄສ, ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ລັດຖະບານ ຫວຽດນາມ ໄດ້ສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ນັກລົງທຶນຕ່າງປະເທດທີ່ມາຮ່ວມມື, ລົງທຶນຢ່າງສະຖຽນລະພາບ, ຍາວນານຢູ່ ຫວຽດນາມ, ໃນນັ້ນມີວິສາຫະກິດ ຍີ່ປຸ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.