ຂ່າວເດັ່ນ

ທ່ານ ເລຂາທິການໃຫຍ່ ໂຕເລິມ ເດີນທາງໄປ ນະຄອນຫຼວງ ໂຊເຟຍ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ບູນກາລີ ຢ່າງເປັນທາງການ

ທ່ານ ເລຂາທິການໃຫຍ່ ໂຕເລິມ ເດີນທາງໄປ ນະຄອນຫຼວງ ໂຊເຟຍ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ບູນກາລີ ຢ່າງເປັນທາງການ

(VOVWORLD) - ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ແຕ່ປີ 1950, ການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດ ໄດ້ທຸ່ມເທເຫື່ອແຮງເພີ່ມພູນຄູນສ້າງ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄປຮອດ Sofia  ເລີ່ມຕົ້ນການຢ້ຽມຢາມ ຢ່າງເປັນທາງການ(ພາບ: VOV)

ໃນຕອນຄ່ຳວັນທີ 22 ຕຸລາ, ຕາມເວລາທ້ອງຖິ່ນ, ເຮືອບິນພິເສດພາ ທ່ານ  ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຖິງສະໜາມບິນສາກົນ ໂຊເຟຍ, ເລີ່ມຕົ້ນບັນດາການເຄື່ອນໄຫວ ຢູ່ໃນຂອບເຂດແຜນການຢ້ຽມຢາມ ສາທາລະນະລັດ ບູນກາລີ ຢ່າງເປັນທາງການ ຕາມການເຊີນຂອງ ທ່ານ ປະທານນາທິບໍດີ ຣູແມນ ຣາເດບ (Rumen Radev). ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ແຕ່ປີ 1950, ການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດ ໄດ້ທຸ່ມເທເຫື່ອແຮງເພີ່ມພູນຄູນສ້າງ. ເດືອນສິງຫາ ປີ 1957, ປະທານ ໂຮຈີມິນ ໄດ້ເດີນທາງໄປຢ້ຽມຢາມມິດຕະພາບ ສາທາລະນະລັດ ບູນກາລີ ຢ້ຽມຢ່າງເປັນທາງການ, ສ້າງພື້ນຖານ, ເປີດໄລຍະການພັດທະນາອັນດີງາມໃນສາຍພົວພັນສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.