ຂ່າວເດັ່ນ

ທ່ານ ​ເລືອງ​ເກື່ອງ ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ

ທ່ານ ​ເລືອງ​ເກື່ອງ ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ເຮືອ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ ຫາຍຟ່ອງ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບເຮືອປະຊາຊົນ ຫວຽດນາມ (ວັນທີ 07 ພຶດສະພາ 1955 - 07 ພຶດສະພາ 2025) ແລະ ມອບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ເຫຼົ່າທັບເຮືອ.

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ:VOV)

   ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີໃຫ້ເຫຼົ່າທັບເຮືອ ກຳແໜ້ນສະພາບການ, ເປັນເສນາທິການໃຫ້ກັບພັກ, ລັດ, ອົງຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດບັນດາແຜນນະໂຍບາຍ, ວິທີທາງຮັບມື, ມາດຕະການທີ່ຖືກຕ້ອງ, ທັນການ, ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ທະເລ, ໝູ່ເກາະ “ແຕ່ໄວ”, “ແຕ່ໄກ”, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະເລ ເພື່ອສ້າງສາ, ພັດທະນາປະເທດຊາດ.

ພິທີສະເຫຼີມສະຫຼອງ (ພາບ: VOV)

        ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ພະນັກງານ, ນັກຮົບເຫຼົ່າທັບເຮືອ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ “ຕໍ່ສູ້ຢ່າງພິລະອາດຫານ; ມີຄວາມສະຫຼາດຫຼັກແຫຼມ, ປະດິດຄິດສ້າງ; ເປັນເຈົ້າເຂດທະເລ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບນຳພາປະເທດຊາດມີຄວາມໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາຢ່າງຮັ່ງມີເຂັ້ມແຂງ ແລະ ວັດທະນາຖາວອນຂອງຊາດ ຫວຽດນາມ.


This site is protected by reCAPTCHA and the Google Privacy Policy and Terms of Service apply.