ຂ່າວເດັ່ນ

ທ່ານ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ: ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ XI ໃຫ້​ເປັນ​ຢ່າງ​ດີ

ທ່ານ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ: ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ XI ໃຫ້​ເປັນ​ຢ່າງ​ດີ

(VOVWORLD) - ຕອນຄ່ຳວັນທີ 20 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນ - ຍ້ອງຍໍ ສູນກາງ, ໄດ້ເປັນປະທານວາລະປະຊຸມຄັ້ງທີ 14 ຂອງສະພາແຂ່ງຂັນ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ  ກ່າວຄຳເຫັນສະຫຼຸບກອງປະຊຸມ

ໃນວາລະປະຊຸມດັ່ງກ່າວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ  ຊີ້ແຈ້ງວ່າໃນ 5 ປີຜ່ານມາ ມີຫຼາຍຂະບວນການແຂ່ງຂັນໄດ້ຮັບການປຸກລະດົມ, ຜັນຂະຫຍາຍຢ່າງມີປະສິດທິຜົນ, ມີລັກສະນະແຜ່ກະຈາຍສູງ... ຈາກນັ້ນ, ຕ້ອງທະວີຄູນບັນດາຕົວແບບທີ່ກ້າວໜ້າ, ດີເດັ່ນ, ຮູບແບບ, ວິທີເຮັດທີ່ດີເພື່ອສ້າງພະລັງຊີວິດ, ແຜ່ກະຈາຍບັນຍາກາດ, ສ້າງຂະບວນການ; ພິເສດຕ້ອງກະກຽມຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI ໃນເດືອນທັນວານີ້ ໃຫ້ເປັນຢ່າງດີ. ທ່ານກ່າວວ່າ:

“ໃນວິວັດການປ້ອງກັນ, ຕ້ານໂລກພະຍາດໂຄວິດ - 19, ມີຫຼາຍຕົວແບບທີ່ດີເດັ່ນ ແຕ່ຍັງບໍ່ທັນໄດ້ຮັບການສຳຫຼວດກວດຄືນ ເພື່ອຍ້ອງຍໍຊົມເຊີຍ. ຫຼື ໃນອາຍຸການນີ້, ວຽກງານລົງທຶນພັດທະນາພື້ນຖານໂຄງລ່າງຍຸດທະສາດໄດ້ຮັບການປະຕິບັດເປັນຢ່າງດີ, ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າດ້ວຍຄຸນນະພາບສູງໃນໄລຍະເວລາສັ້ນລະດັບສະຖິຕິ; ຫຼື ບັນດາໝາກຜົນທີ່ມີຄວາມໝາຍຂອງຂະບວນການແຂ່ງຂັນລົບລ້າງເຮືອນຢູ່ຊົ່ວຄາວ ເຮືອນຮົ່ວເພ, ວຽກງານສະຫວັດດີການສັງຄົມ, ກິລາກາຍຍະກຳວັດທະນະທຳ; ຫຼາຍຕົວແບບທີ່ດີເດັ່ນກ່ຽວກັບການຊຸກຍູ້ພັດທະນາວິທະຍາສາດເຕັກໂນໂລຢີ… ຮຽກຮ້ອງໃຫ້ຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ XI ດ້ວຍຈິດໃຈສົມກຽດ, ເຂັ້ມງວດ, ພິເສດ, ມີລັກສະນະແຜ່ກະຈາຍສູງ, ຍືນຍົງ, ປອດໄພ; ຮຽກຮ້ອງໃຫ້ນະຄອນ ຮ່າໂນ້ຍ ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ເປັນຢ່າງດີ, ລອບຄອບຖີ່ຖ້ວນ, ປອດໄພ ແລະ ຕ້ອງປະຢັດມັດທະຍັດຢ່າງແທ້ຈິງ” .

                                                                                ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.