ຂ່າວເດັ່ນ

ທ່ານ ຫວາງ​ອີ: ການ​ພົວ​ພັນ ຈີນ - ລັດ​ເຊຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດກວ້າງ

ທ່ານ ຫວາງ​ອີ: ການ​ພົວ​ພັນ ຈີນ - ລັດ​ເຊຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດກວ້າງ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ລັດເຊຍ ແຕ່ວັນທີ 31 ມີນາ ຫາວັນທີ 2 ເມສາ, ວັນທີ 01 ເມສາ, ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ໃນການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ເນັ້ນໜັກວ່າ ພາຍໃຕ້ການນຳພາຍຸດທະສາດ ແລະ ຄວາມເອົາໃຈໃສ່ຊຸກຍູ້ຂອງປະມຸກລັດສອງປະເທດ, ການພົວພັນ ຈີນ - ລັດເຊຍ ໄດ້ເຕີບໃຫຍ່, ຍືນຍົງ ແລະ ມີສະຖຽນລະພາບ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ເລິກເຊິ່ງກວ່າ, ສົມທົບຍຸດທະສາດຢ່າງແໜ້ນແຟ້ນກວ່າ ແລະ ການຮ່ວມມືອັນແທດຈິງຍືນຍົງກວ່າ. ທ່ານຢັ້ງຢືນວ່າ: “ການພົວພັນ ຈີນ - ລັດເຊຍ ບໍ່ພຽງແຕ່ຈະກວ້າໄປຢ່າງບໍ່ຢຸດຢັ້ງເທົ່ານັ້ນ, ຫາກຍັງຈະສືບຕໍ່ໄດ້ຮັບການເປີດກວ້າງກວ່າເກົ່າອີກດ້ວຍ”. ຕາມທ່ານແລ້ວ, ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງຝ່າຍບໍ່ພຽງແຕ່ສະຫງວນໃຫ້ແກ່ປັດຈຸບັນເທົ່ານັ້ນ, ຫາກຍັງມຸ່ງໄປເຖິງອະນາຄົດອັນຍາວໄກອີກດ້ວຍ.

        ໃນຂະນະນັ້ນ, ຕາມກະຊວງການຕ່າງປະເທດຈີນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຖືເຫດການສະເຫຼີມສະຫຼອງໄຊຊະນະ ຟາດຊິດ ແມ່ນໂອກາດ “ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຈີນ ຂຶ້ນສູ່ລະດັບສູງໃໝ່” ແລະ ເຮັດໃຫ້ການຮ່ວມມືຫຼາຍຝ່າຍໃນບັນດາຂອບເຂດຄື ສປຊ, ອົງການຮ່ວມມືຊຽງໄຮ ແລະ BRICS ເລິກເຊິ່ງຂຶ້ນຕື່ມ.

ນັກຂ່າວ VOV ປະຈຳ ຈີນ

This site is protected by reCAPTCHA and the Google Privacy Policy and Terms of Service apply.