ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945-7/9/2025), ທ່ານລາຂາທິການໃຫ່ຍ ໂຕເລິມ ໄດ້ຝາກຈົດໝາຍຊົມເຊີຍ. ໃນຈົດໝາຍ, ທ່ານລາຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ: ໃນຕະຫຼອດໄລຍະ 80 ປີຜ່ານມາ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປະກອຍສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ສ້າງສາປະເທດຊາດ, ເຊື່ອມຕົວເຂົ້າກັບສາກົນຂອງ ຫວຽດນາມ. ທ່ານເຊື່ອໝັ້ນວ່າ, ໃນໄລຍະທີ່ຈະມາເຖິງ, ວິທະຍຸກະຈາຍສຽງ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສາມັກຄີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຍົກກສູງປະສິດທິຜົນວຽກງານໂຄສະນາຖະແຫຼງຂ່າວ, ແຜ່ກະຈາຍບັນດາຄຸນຄ່າອັນດີງາມ, ລະດົມກຳລັງໃຈ ປຊຊ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຮ່ວມແຮງຮ່ວມໃຈສ້າງສາປະເທດ ຫວຽດນາມ ພັດທະນາຢ່າງໃຫ່ຍໂຕເຂັ້ມແຂງໃນສັງກາດໃໝ່.
ທ່ານລາຂາທິການໃຫ່ຍ ໂຕເລິມ ຝາກຈົດໝາຍຊົມເຊີຍວິທະຍຸກະຈາຍສຽງ ຫວຽດນາມ
ທ່ານລາຂາທິການໃຫ່ຍ ໂຕເລິມ ຝາກຈົດໝາຍຊົມເຊີຍວິທະຍຸກະຈາຍສຽງ ຫວຽດນາມ
(VOVWORLD) - ໃນຕະຫຼອດໄລຍະ 80 ປີຜ່ານມາ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປະກອຍສ່ວນຫຼາຍຢ່າງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ສ້າງສາປະເທດຊາດ,






