ຂ່າວເດັ່ນ

ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄທ ໄປ​ສຳຫຼວດເຂດ ຈອງ​ບົກ

ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄທ ໄປ​ສຳຫຼວດເຂດ ຈອງ​ບົກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ພົບປະກັບກຳລັງຮັບຜິດຊອບໜ້າທິ່ພິເສດ ສຸຣານະຣາ ລະດົມກຳລັງໃຈທະຫານ...

(ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ໄທ)

   ວັນທີ 20 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ໄປສຳຫຼວດແຂວງ ອຸບອນ ຣາດຈະທານີ ເພື່ອແນໃສ່ລະດົມກຳລັງໃຈນັກຮົບ ແລະ ຕີລາຄາສະພາບຄວາມສະຫງົບປອດໄພເຂດຊາຍແດນ ຈອງບົກ ລະຫວ່າງ ໄທ-ກຳປູເຈຍ ຊື່ງແມ່ນແຫ່ງເກີດການປະທະກັນລະຫວ່າງກຳລັງສອງປະເທດໃນວັນທີ 28 ພຶດສະພາທີ່ຜ່ານມາ.

  ຢູ່ຖານທີ່ໝັ້ນສູ້ຮົບ ມໍລຣະກົດ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ພົບປະກັບກຳລັງຮັບຜິດຊອບໜ້າທິ່ພິເສດ ສຸຣານະຣາ ລະດົມກຳລັງໃຈທະຫານ ແລະ ຢັງຢືນວ່າ ລັດຖະບານ ໄທ ໃຫ້ຄຳໝັ້ນສັນຍາ ຈະອອກແຮງໜູນຊ່ວຍກຳລັງປະກອບອາວຸດ ແລະ ເນັ້ນນັກວ່າ ກອງທັບແມ່ນເຄື່ອງກຳບັງຂອງຊາດ ແລະ ຕ້ອງຮັບປະກັນເຄື່ອງກຳບັງນີ້ຢ່າງແຮງ ທັງດ້ານວັດຖຸ ແລະ ຈິດໃຈ.

This site is protected by reCAPTCHA and the Google Privacy Policy and Terms of Service apply.