ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ສະ​ເໜີໃຫ້ ອາ​ເມ​ລິ​ກາ ເລື່ອນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍຈັດ​ວາງ​​ອັດ​ຕາພາ​ສີ​ນຳ​ເຂົ້າ​ສຳ​ລັບ ຫວຽດ​ນາມ ຢ່າງ​ໜ້ອຍ​ສຸດ 45 ວັນ​ເພື່ອ​ແລກ​ປ່ຽນ, ເຈ​ລະ​ຈາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ສະ​ເໜີໃຫ້ ອາ​ເມ​ລິ​ກາ ເລື່ອນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍຈັດ​ວາງ​​ອັດ​ຕາພາ​ສີ​ນຳ​ເຂົ້າ​ສຳ​ລັບ ຫວຽດ​ນາມ ຢ່າງ​ໜ້ອຍ​ສຸດ 45 ວັນ​ເພື່ອ​ແລກ​ປ່ຽນ, ເຈ​ລະ​ຈາ

(VOVWORLD) - ຕອນຄ່ຳວັນທີ 07 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ກັບບັນດາກະຊວງ, ຂະແໜງການ ເພື່ອອັບເດດສະພາບການ ແລະ ມີມາດຕະການຮັບມືກັບນະໂຍບາຍພາສີອາກອນຂອງ ອາເມລິກາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມຄັ້ງທີ 3 ກັບບັນດາກະຊວງ, ຂະແໜງການ (ພາບ: VOV)

ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສຸມໃສ່ກະກຽມສຳເນົາເອກະສານໃຫ້ແກ່ຄະນະ ຫວຽດນາມ ທີ່ໄປເຈະລະຈານຳ ອາເມລິກາ. ຕາມນັ້ນແລ້ວ, ສະເໜີໃຫ້ ອາເມລິກາ ເລື່ອນການປະຕິບັດນະໂຍບາຍຈັດວາງພາສີສຳລັບ ຫວຽດນາມ ຢ່າງໜ້ອຍສຸດ 45 ວັນ ເພື່ອແລກປ່ຽນ, ເຈລະຈາ ແລະ ມີເງື່ອນໄຂກະກຽມປ່ຽນແປງພາວະ. ເລື່ອງດຳເນີນການເຈລະຈາແມ່ນເພື່ອມຸ່ງໄປເຖິງການບັນລຸໄດ້ຄວາມດຸນດ່ຽງດ້ານການຄ້າແບບຍືນຍົງ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ ແລະ ຜູ້ບໍລິໂພກທັງສອງປະເທດ, ແຕ່ບໍ່ສົ່ງຜົນກະທົບຕໍ່ຄຳໝັ້ນສັນຍາສາກົນ. ກ່ຽວກັບມາດຕະການໜູນຊ່ວຍວິສາຫະກິດແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

        “ສຸມໃສ່ບັນດາບ້ວງເງິນສິນເຊື່ອເພື່ອໜູນຊ່ວຍວິສາຫະກິດສິນໃນນ້ຳ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ. ພ້ອມດຽວກັນນັ້ນ, ຕໍ່ກຳນົດເວລາ, ເລື່ອນການເກັບອັດຕາດອກເບ້ຍສຳລັບບັນດາປະເພດສິນຄ້າທີ່ຖືກຜົນກະທົບຈາກນະໂຍບາຍພາສີນຳເຂົ້າ. ເລື່ອນ, ຕໍ່ກຳນົດເວລາເກັບຄ່າເຊົ່າທີ່ດິນ, ອາກອນມູນຄ່າເພີ່ມ, ຫຼຸດ ລະບຽບການບໍລິຫານ ແລະ ສິ່ງທີ່ລົບກວນເຖິງວິສາຫະກິດ.”

        ລ້າຍຮວາ


This site is protected by reCAPTCHA and the Google Privacy Policy and Terms of Service apply.