ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ເຫັນ​ດີ​ຕໍ່​ການລົງ​​ທຶນກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ຢາ​ບິນ (ບັກ​ນິງ)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ເຫັນ​ດີ​ຕໍ່​ການລົງ​​ທຶນກໍ່​ສ້າງ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ຢາ​ບິນ (ບັກ​ນິງ)

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຫັນດີຕໍ່ຂໍ້ສະເໜີ ປັບປຸງແຜນນະໂຍບາຍລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິນ ແຕ່ຂັ້ນ 3C ຂຶ້ນເປັນຂັ້ນ 4E .

(ພາບ: VOV)

   ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມນັດສາມັນຂອງລັດຖະບານ ກັບບັນດາກະຊວງ ຂະແຫນງການ ທ້ອງຖິ່ນ ກ່ຽວຂ້ອງເຖິງການລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິນ (ແຂວງບັກນິງ) ແລະ ເສັ້ນທາງເຊື່ອມຕໍ່ສະໜາມບິນ ຢາບິນ ກັບນະຄອນຫຼວງ ຮ່າໂນ້ຍ.

   ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຫັນດີຕໍ່ຂໍ້ສະເໜີ ປັບປຸງແຜນນະໂຍບາຍລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິນ ແຕ່ຂັ້ນ 3C ຂຶ້ນເປັນຂັ້ນ 4E ໃຊ້ລວມພົນລະເຮືອນ-ຄວາມໝັ້ນຄົງ, ປ້ອງກັນຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

   ກໍ່ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຫັນດີນຳຂໍ້ສະເໜີ ກໍ່ສ້າງເສັ້ນທາງທັນສະໄໝ ເຊື່ອມຕໍ່ສະໜາມບິນ ຢາບິນ ກັບນະຄອນຫຼວງ ຮ່າໂນ້ຍ ດ້ວຍລວງຍາວ 46 ກມ, 10 ເລ່ນລົດ; ຈຳນວນເງິນລົງທຶນທັງໝົດປະມານ 1.7 ຕື້ USD.

This site is protected by reCAPTCHA and the Google Privacy Policy and Terms of Service apply.