ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ຕັດ​ສິນ​ໃຈ​ລົບ​ລ້າງ​ບັດ​ເຫຼືອງ​ຂອງ ອີ​ຢູ ໃນ​ປີ 2025

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ຕັດ​ສິນ​ໃຈ​ລົບ​ລ້າງ​ບັດ​ເຫຼືອງ​ຂອງ ອີ​ຢູ ໃນ​ປີ 2025

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ສືບຕໍ່ປະຕິບັດເປັນຢ່າງດີວຽກງານຂົນຂວາຍ, ໂຄສະນາ, ເຜີແຜ່ຂໍ້ກຳນົດຂອງກົດໝາຍວ່າດ້ວຍສິນໃນນ້ຳ, ພິເສດແມ່ນຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນ IUU

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມ

   ຕອນບ່າຍວັນທີ 29 ກັນຍາ, ຢູ່ສະນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານວາລະປະຊຸມຄັ້ງທີ 14 ຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມກຳນົດ (ຄະນະຊີ້ນຳກ່ຽວກັບ IUU).  

  ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ເປົ້າໝາຍແມ່ນສຸມໃສ່ລົບລ້າງບັດເຫຼືອງຂອງຄະນະກຳມະການ ເອີລົບ (EC) ແລະ ຮັກສາໝາກຜົນຍືນຍົງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ; ປົກປ້ອງອະທິປະໄຕ, ສິດປະຊາທິປະໄຕທະເລ, ເກາະ; ເພີ່ມທະວີການພົວພັນດ້ານການເມືອງ, ການທູດ, ທີ່ຕັ້ງຂອງ ຫວຽດນາມ ກັບສາກົນ.

ທ່ານກໍ່ສະເໜີໃຫ້ສືບຕໍ່ປະຕິບັດເປັນຢ່າງດີວຽກງານຂົນຂວາຍ, ໂຄສະນາ, ເຜີແຜ່ຂໍ້ກຳນົດຂອງກົດໝາຍວ່າດ້ວຍສິນໃນນ້ຳ, ພິເສດແມ່ນຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນ IUU ເຖິງຊາວປະມົງແຄມທະເລ ແລະ ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.