ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ນຳ​ໜ​້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ນຳ​ໜ​້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ

(VOVWORLD) - ຕອນເຊົ້າວັນທີ 15 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ກັບລັດວິສາຫະກິດນຳໜ້າໃນການຫັນເປັນດີຈີຕອນ ແລະ ຊຸກຍູ້ການເຕີບໂຕ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ໂດຍປະຕິບັດຄຳສັ່ງສະບັບທີ 07 ຂອງນາຍົກລັດຖະມົນຕີ ປີ 2024 ກ່ຽວກັບການປ່ຽນແປງໃໝ່ການບໍລິຫານ, ຍົກສູງປະສິດທິຜົນການຜະລິດ, ດຳເນີນທຸລະກິດ ແລະ ຊຸກຍູ້ການລົງທຶນພັດທະນາຂອງບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ລັດວິສາຫະກິດຢ່າງແຮງ, ບັນດາວິສາຫະກິດໄດ້ສ້າງ, ຜັນຂະຫຍາຍບັນດາແຜນການຫັນເປັນດີຈີຕອນຢູ່ວິສາຫະກິດ ແລະ ເປັນເຈົ້າການເຂົ້າຮ່ວມໂຄງການດຳເນີນງານກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

        “ມະນຸດແມ່ນມີຄວາມສຳຄັນທີ່ສຸດ, ພະນັກງານແມ່ນມີຄວາມສຳຄັນທີ່ສຸດ. ຜູ້ນຳ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແມ່ນບຸກຄົນທີ່ຍອດຍິ່ງ. ພວກເຮົາຕ້ອງນຳໃຊ້ສິ່ງຍອດຍິ່ງນັ້ນຄືແນວໃດໃນຈຸດເວລາຫຍຸ້ງຍາກດ້ານການຄ້າຄືໃນປັດຈຸບັນ.  ພວກເຮົາຕ້ອງຊອກຫາທຸກວິທີເພື່ອຜ່ານຜ່າ. ບໍ່ພຽງແຕ່ຜ່ານຜ່າເທົ່ານັ້ນ, ຫາກຍັງຕ້ອງປະຕິບັດໃຫ້ດີກວ່າ. ຂ້າພະເຈົ້າຫວັງວ່າ ໃນກອງປະຊຸມຄັ້ງນີ້ຈະບັນລຸໄດ້ຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້, ການກະທຳ, ແບບວິທີ, ວິທີເຮັດ, ເພື່ອຕັດສິນໃຈປະກອບສ່ວນນຳການເຕີບໂຕບັນລຸກວ່າ 8% ແລະ ຄວບຄຸມໄພເງິນເຟີ້, ຮັບປະກັນວຽກເຮັດງານທຳ, ວິທີຫາເງິນລ້ຽງຊີບຂອງປະຊາຊົນ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ.”

 

 

 

       


This site is protected by reCAPTCHA and the Google Privacy Policy and Terms of Service apply.