ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ເສັ້ນ​ທາງ​ທະ​ເລ, ເສັ້ນ​ທາງ​ບົກ​ຄວາມ​ໄວ​ສູງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ເສັ້ນ​ທາງ​ທະ​ເລ, ເສັ້ນ​ທາງ​ບົກ​ຄວາມ​ໄວ​ສູງ

(VOVWORLD) - ນອກຈາກປະຕິບັດສຳເລັດເປົ້າໝາຍການກໍ່ສ້າງເສັ້ນທາງບົກຄວາມໄວສູງ 3.000 ກິໂລແມັດ ໃນທ້າຍປີ 2025 ນີ້, ຂະແໜງກໍ່ສ້າງຕ້ອງປະຕິບັດສຳເລັດໄລຍະທີ 1 ຂອງທ່າອາກາດສະຍານສາກົນ ລອງແທັ່ງ; ສຳເລັດ ແລະ ໄດ້ຮັບການຮັບຮອງແຜນການລົງທຶນບັນດາໂຄງການໃຫຍ່ຈາກຂັ້ນມີສິດອຳນາດ; ນຳເສັ້ນທາງລົດໄຟຕົວເມືອງ ກາດລິງ - ຮ່າດົງ ເຂົ້າໃຊ້ງານ; ສູ້ຊົນປະຕິບັດສຳເລັດເສັ້ນທາງແຄມທະເລຕາມແຜນຜັງ

ບັນຍາກາດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກໍ່ສ້າງ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຂຸດຄົ້ນທ່າແຮງຂອງເສັ້ນທາງທະເລ, ເສັ້ນທາງບົກຄວາມໄວສູງ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກສິ່ງດັ່ງກ່າວໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງກໍ່ສ້າງ ຄັ້ງທີ 1, ອາຍຸການ 2025 – 2030, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນອກຈາກປະຕິບັດສຳເລັດເປົ້າໝາຍການກໍ່ສ້າງເສັ້ນທາງບົກຄວາມໄວສູງ 3.000 ກິໂລແມັດ ໃນທ້າຍປີ 2025 ນີ້, ຂະແໜງກໍ່ສ້າງຕ້ອງປະຕິບັດສຳເລັດໄລຍະທີ 1 ຂອງທ່າອາກາດສະຍານສາກົນ ລອງແທັ່ງ; ສຳເລັດ ແລະ ໄດ້ຮັບການຮັບຮອງແຜນການລົງທຶນບັນດາໂຄງການໃຫຍ່ຈາກຂັ້ນມີສິດອຳນາດ; ນຳເສັ້ນທາງລົດໄຟຕົວເມືອງ ກາດລິງ - ຮ່າດົງ ເຂົ້າໃຊ້ງານ; ສູ້ຊົນປະຕິບັດສຳເລັດເສັ້ນທາງແຄມທະເລຕາມແຜນຜັງ. ທ່ານກ່າວວ່າ:

“ຕ້ອງປ່ຽນແປງຈິນຕະນາການ, ມີການກະທຳຢ່າງຂ້ຽວຂາດ. ທ່າແຮງກ່ຽວກັບເສັ້ນທາງທະເລ ແລະ ເສັ້ນທາງນ້ຳຂອງພວກເຮົາແມ່ນໃຫຍ່ຫຼວງ, ການລົງທຶນບໍ່ຫຼາຍ ແຕ່ກໍຍັງບໍ່ທັນຂຸດຄົ້ນໄດ້ເທື່ອ. ດ້ວຍເສັ້ນທາງທະເລມີຄວາມຍາວກວ່າ 3.000 ກິໂລແມັດ, ຖ້າແບ່ງຕາມອັດຕາເນື້ອທີ່ແມ່ນສູງທີ່ສຸດ. ທ່າໄດ້ປຽບແມ່ນໃຫຍ່ຫຼວງທີ່ສຸດ ແຕ່ຍັງບໍ່ທັນມີນະໂຍບາຍເພື່ອຂຸດຄົ້ນ. ການລົງທຶນເສັ້ນທາງຄວາມໄວສູງ ແມ່ນມີຄວາມຈຳເປັນທີ່ສຸດ ເພາະວ່າ ຈະເປີດຂົງເຂດພັດທະນາຢູ່ເຂດດິນຕໍ່ແຜ່ນ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.