ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2026 – 2031

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2026 – 2031

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕາແສງ ໄຕໂຮ່ ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ, ມານະພະຍາຍາມປະຕິບັດ ແລະ ຮັບປະກັນວຽກງານຈັດຕັ້ງການເລືອກຕັ້ງໃຫ້ເປັນຢ່າງດີ.

ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາໄປປ່ອນບັດ ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 21,  ຕາແສງ ໄຕໂຮ່, ຮ່າໂນ້ຍ (ພາບ: VOV)

ຕອນເຊົ້າວັນທີ 15 ມີນາ, ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 21, ຂຶ້ນກັບຫົວໜ່ວຍເລືອກຕັ້ງເລກທີ 7, ຕາແສງ ໄຕໂຮ່, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ເລທິບິກເຈິນ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງ, ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2026 – 2031. ຢູ່ເຂດປ່ອນບັດ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງວຽກງານກະກຽມການເລືອກຕັ້ງຂອງຕາແສງ ໄຕໂຮ່, ເປັນຕົ້ນແມ່ນເຂດປ່ອນບັດເລືອກຕັ້ງເລກທີ 21 ແລະ ສະເໜີຄະນະກຳມະການເລືອກຕັ້ງຕາແສງ ໄຕໂຮ່ ສ້າງເງື່ອນໄຂດີທີ່ສຸດເພື່ອ 100% ຜູ້ມີສິດເລືອກຕັ້ງໄປປະຕິບັດສິດ, ພັນທະພົນລະເມືອງຂອງຕົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕາແສງ ໄຕໂຮ່ ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຄວາມປອດໄພ, ຖືກຕ້ອງຕາມກົດໝາຍ, ມານະພະຍາຍາມປະຕິບັດ ແລະ ຮັບປະກັນວຽກງານຈັດຕັ້ງການເລືອກຕັ້ງໃຫ້ເປັນຢ່າງດີ, ປາດຖະໜາຜູ້ມີສິດເລືອກຕັ້ງປະຕິບັດສິດເປັນເຈົ້າຂອງຕົນ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.