ຂ່າວເດັ່ນທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ປົດຕຳແໜ່ງຂອງປະທານສະພາຄວາມໝັ້ນຄົງແຫ່ງຊາດ
ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ປົດຕຳແໜ່ງຂອງປະທານສະພາຄວາມໝັ້ນຄົງແຫ່ງຊາດ
ວັນພຸດ, 20:00, 22/10/2025
VOV5
(VOVWORLD) - ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ປົດຕຳແໜ່ງຂອງທ່ານ Tzachi Hanegbi, ປະທານສະພາຄວາມໝັ້ນຄົງແຫ່ງຊາດ (NSC), ພາຍຫຼັງເກີດຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວຂ້ອງເຖິງການບຸກໂຈມຕີເຂົ້າດິນແດນ ກາຕາ ແລະ ບັ້ນການທະຫານຢູ່ເຂດ ກາຊາ.
ໃນຖະແຫຼງການອອກເມື່ອວັນທີ 21 ຕຸລາ, ທ່ານ Tzachi Hanegbi, ຢັ້ງຢືນວ່າ ອາຍຸການຂອງທ່ານຢູ່ສະພາຄວາມໝັ້ນຄົງແຫ່ງຊາດ ໄດ້ສິ້ນສຸດລົງພາຍຫຼັງທ່ານນາຍົກລັດຖະມົນຕີ Benjamin Netanyahu ອອກແຈ້ງການ ຈະແຕ່ງຕັ້ງຜູ້ອື່ນມາແທນ. ທ່ານ Gil Reich ຮອງປະທານຄົນປັດຈຸບັນ NSC ຈະຮັບດຳລົງຕຳແໜ່ງເປັນຜູ້ຮັກສາການປະທານສະພາຄວາມໝັ້ນຄົງແຫ່ງຊາດ.
ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ຂໍ້ຕົກລົງປົດຕຳແໜ່ງທ່ານ Tzachi Hanegbi ໄດ້ດຳເນີນພາຍຫຼັງທີ່ທ່ານຄັດຄ້ານການບຸກໂຈມຕີທາງອາກາດເລັ່ງໃສ່ດິນແດນ ກາຕາ ເມື່ອເດືອນກ່ອນ, ກໍຄືຄັດຄ້ານບັ້ນການທະຫານທີ່ມີຂອບຂະໜາດໃຫຍ່ ຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ.
Tag:VOV / VOVworld / ປົດຕຳແໜ່ງທ່ານ Tzachi Hanegbi / ປະທານສະພາຄວາມໝັ້ນຄົງແຫ່ງຊາດ