ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ສະ​ເໜີ​ນຳ​ວົງ​ເງິນ​ການ​ຄ້າ ກຳ​ປູ​ເຈຍ - ຫວຽດ​ນາມ ບັນ​ລຸ 20 ຕື້ USD ໂດຍ​ໄວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ສະ​ເໜີ​ນຳ​ວົງ​ເງິນ​ການ​ຄ້າ ກຳ​ປູ​ເຈຍ - ຫວຽດ​ນາມ ບັນ​ລຸ 20 ຕື້ USD ໂດຍ​ໄວ

(VOVWORLD) - ຕອນບ່າຍວັນທີ 19 ກຸມພາ, ຢູ່ນະຄອນຫຼວງ ພະນົມເປັນ (ກຳປູເຈຍ), ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ເຂົ້າຢ້ຽມຂ່ຳນັບ.

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນມິງຫວູ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Samdech Thipadei Hun Manet ສະເໜີໃຫ້ສອງປະເທດອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຜ່ານແດ່ນ, ເພື່ອແນໃສ່ນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ສອງປະເທດ ຊຸກຍູ້ການເຊື່ອມຕໍ່ຄົມມະນາຄົມ, ນັບທັງທາງບົກ, ທາງອາກາດ ແລະ ທາງນໍ້າລະຫວ່າງສອງປະເທດໂດຍໄວ ເພື່ອອຳນວຍຄວາມສະດວກໃຫ້ການຈໍລະຈອນສິນຄ້າ ແລະ ແລກປ່ຽນການທ່ອງທ່ຽວຫຼາຍກວ່າອີກ, ຄົ້ນຄວ້າເປີດສາຍການບິນໂດຍກົງເຊື່ອມຕໍ່ນະຄອນ ຮະລອງ ແລະ ນະຄອນ ຊຽມຣຽບ ໂດຍໄວ, ຜັນຂະຫຍາຍປະຕິບັດການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງສອງປະເທດ ກຳປູເຈຍ - ຫວຽດນາມ ແລະ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ, ພິຈາລະຈາເປີດດ່ານຊາຍແດນຕື່ມອີກ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ສະແດງເປັນກຽດເມື່ອໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ສສ. ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ; ພ້ອມທັງຕີລາຄາສູງການພັດທະນາໃນທຸກດ້ານຂອງ ກຳປູເຈຍ. ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ປາດຖະໜາວ່າ ກຳປູເຈຍ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມເຊື້ອຊາດ ຫວຽດນາມ ມີຊີວິດການເປັນຢູ່ເປັນປົກກະຕິ, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ, ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາຂອງ ກຳປູເຈຍ ແລະ ສາຍພົວພັນສອງປະເທດ.

ວັນໂດະ, ນັກຂ່າວ VOV ປະຈຳ ກຳປູເຈຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.