ຂ່າວເດັ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຢັ້ງ​ຢືນ​ການ​ລົງ​ທຶນ​ໃຫ້​ແກ່​ເຮືອນ​ຢູ່​ສັງ​ຄົມ ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຢັ້ງ​ຢືນ​ການ​ລົງ​ທຶນ​ໃຫ້​ແກ່​ເຮືອນ​ຢູ່​ສັງ​ຄົມ ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ

(VOVWORLD) - ຕອນເຊົ້າວັນທີ 11 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ, ເປັນປະທານວາລະປະຊຸມທີ 3 ຂອງຄະນະຊີ້ນຳ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ

ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ການພັດທະນາເຮືອນຢູ່ ແມ່ນເສົາຄ້ຳສຳຄັນຂອງນະໂຍບາຍສະຫວັດດີການສັງຄົມ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີຖືວ່າ “ການລົງທຶນໃຫ້ແກ່ເຮືອນຢູ່ສັງຄົມແມ່ນການລົງທຶນໃຫ້ແກ່ການພັດທະນາຂອງສັງຄົມ, ຂອງປະເທດ” ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງໄລຍະ 2025 – 2030 ແລະ ກໍແມ່ນ “ໄມ້ງັດຄວບຄູ່” ທັງແກ້ໄຂໃຫ້ແກ່ປະຊາຊົນ, ຮັບປະກັນການສະຫັວດດີການສັງຄົມ, ຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ; ພັດທະນາຕະຫຼາດອະສັງຫາລິມະຊັບໃຫ້ປອດໃສ, ຍືນຍົງ.

“ປະຊາຊົນໝົດທຸກຄົນໄດ້ເຂົ້າເຖິງຢ່າງສະເໝີພາບ. ນີ້ແມ່ນນະໂຍບາຍທີ່ມີລັກສະນະມະນຸດສາດ. ນະໂຍບາຍເຮືອນຢູ່, ອະສັງຫາລິມະຊັບຢາກປອດໃສ, ຍືນຍົງ, ພັດທະນາຢ່າງມີປະສິດທິຜົນນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີສ່ວນຮ່ວມ, ຕ້ອງມີຄວາມຮັບຜິດຊອບ, ດ້ວຍຈິດໃຈ ລັດສ້າງສາ, ວິສາຫະກິດນຳໜ້າ, ພາກລັດພາກເອກະຊົນພ້ອມກັນເຮັດ, ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.