ຂ່າວເດັ່ນ

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ ຊູແອດ ຢ່າງຈົບງາມ

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ ຊູແອດ ຢ່າງຈົບງາມ

(VOVWORLD) - ຕອນບ່າຍວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອປະເທດ ສິ້ນສຸດການຢ້ຽມຢາມ ຊູແອດ ຢ່າງຈົບງາມ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຊູແອດ Ulf Kristersson.

ພະນັກງານ, ລັດຖະກອນສະຖານທູດ ແລະ ຊາວຫວຽດນາມ ອາໄສຢູ່ ຊູແອດມາສົ່ງ, ອຳລາ ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ກັບເມືອປະເທດ. (ພາບ:Lại Hoa/VOV)

ທີ່ການພົບປະ, ໂອ້ລົມສົມທະນາກັບບັນດາການນຳຂັ້ນສູງຂອງ ຊູແອດ, ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ຊູແອດ, ຢູ່ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງ ຊູແອດ ແລະ ທີ່ການພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຊູແອດ.. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລ້ວນແຕ່ຖືວ່າ ການພົວພັນ ລະຫວ່າງ ຫວຽດນາມ ແລະ ຊູແອດ ໃນໄລຍະຈະມາເຖິງແມ່ນຢືນຢູ່ຕໍ່ຫນ້າໂອກາດປະຫວັດສາດເພື່ອບືນຂຶ້ນ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ສອງປະເທດ ຄວນສ້າງບຸກທະລຸໃນການພົວພັນດ້ານການເມືອງ, ການທູດໃຫ້ຫລາຍກວ່າ, ແລກປ່ຽນການຮ່ວມມືຫລາຍກວ່າ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

ຜ່ານການຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ຊູແອດ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຂະແຫນງໃນຂົງເຂດວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.

This site is protected by reCAPTCHA and the Google Privacy Policy and Terms of Service apply.