ຂ່າວເດັ່ນ

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດ ອາຊຽນ -​ ສ.​ເກົາຫຼີ

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດ ອາຊຽນ -​ ສ.​ເກົາຫຼີ

(VOVWORLD) - ຕອນເຊົ້າວັນທີ 26 ພະຈິກ, ຢູ່ນະຄອນ Busan - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ (ພາບ: chinhphu.vn) 

ກອງປະຊຸມລວມມີ 2 ວາລະ. ນີ້ແມ່ນໂອກາດເພື່ອໃຫ້ການນໍາບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງຝ່າຍໃນຕະຫຼອດໄລຍະ 30 ປີ ຜ່ານມາ, ພ້ອມທັງສະເໜີບັນດາທິດທາງການຮ່ວມມືໃໝ່ລະຫວ່າງສອງຝ່າຍໃນຊຸມປີຕໍ່ໄປ. ນີ້ກໍແມ່ນໂອກາດເພື່ອໃຫ້ ສ.ເກົາຫຼີ ຕີລາຄາເລື່ອງປະຕິບັດ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່” ເຊິ່ງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae in ໄດ້ຕັດສິນໃຈຜັນຂະຫຍາຍນັບແຕ່ເມື່ອຮັບດໍາລົງຕໍາແໜ່ງ. ໜຶ່ງໃນບັນດາຄາດໝາຍຂອງນະໂຍບາຍ ແມ່ນຍົກສູງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.