ຂ່າວເດັ່ນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ: ຫວຽດ​ນາມ ຕັດ​ສິນ​ໃຈ​ຍູ້​ຖອຍ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ: ຫວຽດ​ນາມ ຕັດ​ສິນ​ໃຈ​ຍູ້​ຖອຍ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດ

(VOVWORLD) - ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ແຂວງ ລາວກາຍ, ໄດ້ດຳເນີນພິທີປຸກລະດົມຕອບສະໜອງວັນ “ທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ” ປີ 2024, ຕອບສະໜອງ “ວັນປ້ອງກັນ, ຕ້ານການຄ້າມະນຸດໂລກ” ໂດຍສະຫະປະຊາຊາດ ປຸກລະດົມ. ພິທີປຸກລະດົມໂດຍກະຊວງຕຳຫຼວດ, ສະຫະພັນແມ່ຍິງ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ລາວກາຍ ຈັດຂຶ້ນ.

ພິທີປຸກລະດົມ

ກ່າວຄຳເຫັນໃນພິທີ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອຍູ້ຖອຍອາດຊະຍາກຳການຄ້າມະນຸດ ໃຫ້ອອກຈາກໃນຊີວິດສັງຄົມ, ພິເສດ ເອົາໃຈໃສ່ເຖິງການປົກປ້ອງເດັກ ແລະ ຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ, ໃກ້ຊິດຕິດແທດກັບຫົວຂໍ້ຂອງປີ 2024 ນັ້ນແມ່ນ “ບໍ່ປະໃຫ້ເດັກຄົນໃດຖືກຕົວຢູ່ເບື້ອງຫຼັງ” ໃນບັ້ນຕໍ່ສູ້ນີ້:

        “ພາຍໃຕ້ການນຳພາຂອງພັກ, ຄວາມຕັດສິນໃຈສູງ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ການສະໜັບສະໜູນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ, ການໜູນຊ່ວຍຂອງປະຊາຄົມສາກົນ, ແນ່ນອນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນການຍູ້ຖອຍອາດຊະຍາກຳການຄ້າມະນຸດ”.

        ຊຸມປີຜ່ານມາ, ຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ ແລະ ໂຄງການເຄື່ອນໄຫວເພື່ອຜັນຂະຫຍາຍບັນດາໜ້າທີ່, ມາດຕະການປ້ອງກັນ, ຕ້ານອາດຊະຍາກຳຄ້າມະນຸດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.