ຂ່າວເດັ່ນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ IC ICTAS, ຕວັກ​ກີ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ IC ICTAS, ຕວັກ​ກີ

(VOVWORLD) - ລັດຖະບານ, ນາຍົກລັດຖະມົນຕີ ມີຄວາມເອົາໃຈໃສ່ເປັນພິເສດ, ມີການກວດກາເປັນປະຈຳ, ກະຕຸກຊຸກຍູ້ເພື່ອຍູ້ໄວຄວາມຄືບໜ້າ, ປະຕິບັດການກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັງໂດຍໄວ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານຮອງປະທານກຸ່ມບໍລິສັດ IC ICTAS, ຕວັກກີ (ພາບ: TTXVN)

ຕອນເຊົ້າວັນທີ 17 ກຸມພາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ ຮອງປະທານກຸ່ມບໍລິສັດ ອຸດສາຫະກຳ ແລະ ການຄ້າກໍ່ສ້າງ (ກຸ່ມບໍລິສັດ IC ICTAS), ຫົວໜ້າຄະນະຮັບເໝົາຂອງກຸ່ມວິສາຫະກິດຮ່ວມຊື່ VIETUR ເຊິ່ງເປັນຫົວໜ່ວຍປະຕິບັດການຮັບເໝົາ ກໍ່ສ້າງ ແລະ ຕິດຕັ້ງພາຫະນະອຸປະກອນອາຄານຜູ້ໂດຍສານ” ຂອງໂຄງການພາກສ່ວນທີ 3 ຂຶ້ນກັບໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທັງ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ ລັດຖະບານ, ນາຍົກລັດຖະມົນຕີ ມີຄວາມເອົາໃຈໃສ່ເປັນພິເສດ, ມີການກວດກາເປັນປະຈຳ, ກະຕຸກຊຸກຍູ້ເພື່ອຍູ້ໄວຄວາມຄືບໜ້າ, ປະຕິບັດການກໍ່ສ້າງໂຄງການທ່າອາກາດສະຍານສາກົນ ລອງແທັງໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກກຸ່ມບໍລິສັດ IC ICTAS ແລະ ກຸ່ມວິສາຫະກິດຮ່ວມຊື່ VIETUR ສືບຕໍ່ເຮັດວຽກກັບບັນດາຄູ່ຮ່ວມມືສະໜອງພາຫະນະອຸປະກອນເພື່ອຫຼຸດກຳນົດເວລາລົງໃນການປະຕິບັດສຳເລັດໂຄງການ, ຮັບປະກັນຄຸນນະພາບ, ຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ ແລະ ປະສິດທິຜົນດ້ານເສດຖະກິດຢູ່ລະດັບສູງທີ່ສຸດ. ສ່ວນທ່ານ Reha Denemec ຢັ້ງຢືນວ່າ ກຸ່ມບໍລິສັດ IC ICTAS ແລະ  ກຸ່ມວິສາຫະກິດຮ່ວມຊື່ VIETUR ພວມມານະພະຍາຍາມຫຼຸດເວລາປະຕິບັດສຳເລັດໂຄງການລົງ, ພ້ອມທັງປາດຖະໜາຢາກໄດ້ປະຕິບັດ ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມຢູ່ ຫວຽດນາມ ຕື່ມອີກໃນອະນາຄົດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.