ຂ່າວເດັ່ນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​​​ຄ໋າຍ: ບັນ​ດາ​ສາ​ສະ​ໜາ​ຮ່ວມດຳ​ລົງ​ຊີ​ວິດ​ຢ່າງ​ປອງດອງ​ໃນ​ວົງ​ຄະ​ນະ​ຍາ​ດ​ບັນ​ດາ​ເຜົ່າ​ ຢູ່ຫວຽດ​ນາມ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​​​ຄ໋າຍ: ບັນ​ດາ​ສາ​ສະ​ໜາ​ຮ່ວມດຳ​ລົງ​ຊີ​ວິດ​ຢ່າງ​ປອງດອງ​ໃນ​ວົງ​ຄະ​ນະ​ຍາ​ດ​ບັນ​ດາ​ເຜົ່າ​ ຢູ່ຫວຽດ​ນາມ

(VOVWORLD) - ຫວຽດນາມ ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສສາສະໜາ ຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນຄວາມຍຸຕິທຳລະຫວ່າງບັນດາສາສະໜາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງສາສະໜາໃນວິວັດທະນາການພັດທະນາປະເທດຊາດ.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ພົບປະກັບຄຸນພໍ່ Franklin Graham, ປະທານສະຫະສະມາຄົມເຜີຍແຜ່ສາສະໜາ Billy Graham (ພາບ: VOV)

ຕອນບ່າຍວັນທີ 1 ມີນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນໃນການຕ້ອນຮັບຄຸນພໍ່ Franklin Graham, ປະທານສະຫະສະມາຄົມເຜີຍແຜ່ສາສະໜາ Billy Graham, ປະທານອົງການຊ່ວຍເຫຼືອ, ເຜີຍແຜ່ສາສະໜາ ກາໂຕລິກ ສາກົນ Samaritan’Purse ທີ່ພວມມີການຢ້ຽມຢາມ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໋າຍ ຊີ້ແຈ້ງວ່າ: ຫວຽດນາມ ປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ເຫຼື້ອມໃສສາສະໜາ ຢ່າງສະເໝີຕົ້ນສະເໝີປາຍ, ຮັບປະກັນຄວາມຍຸຕິທຳລະຫວ່າງບັນດາສາສະໜາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫຼ່ງກຳລັງຂອງສາສະໜາໃນວິວັດທະນາການພັດທະນາປະເທດຊາດ. ຢູ່ ຫວຽດນາມ ບໍ່ມີການປະທະກັນທາງດ້ານສາສະໜາ. ບັນດາສາສະໜາຮ່ວມດຳລົງຊີວິດຢ່າງປອງດອງໃນວົງຄະນະຍາດບັນດາເຜົ່າຢູ່ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ສະເໜີໃຫ້ ຄຸນພໍ່ ແລະ ບັນດາສະມາຊິກຄະນະ ສະຫຼະເວລາໄປທັດສະນະຕົວຈິງກ່ຽວກັບຊີວິດການເຫຼື້ອມໃສ, ເຊື່ອຖືສາສະໜາຂອງ ຫວຽດນາມ ຢູ່ ນະຄອນ ໂຮ່ຈີມິນ; ທ່ານເຊື່ອໝັ້ນວ່າ, ຜ່ານການທັດສະນະຕົວຈິງ, ຄຸນພໍ່ Franklin ຈະປະກອບສຽງເວົ້ານຳພາບພົດກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ຮັກແພງແຂກຄົນ, ຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ມີສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ໄປຍັງ ລັດຖະບານ, ປະຊາຊົນ ອາເມລິກາ ແລະ ເພື່ອນມິດສາກົນ, ຊ່ວຍກະຊວງການຕ່າງປະເທດ ອາເມລິກາ ມີຄວາມເຂົ້າໃຈ ແລະ ນຳ ຫວຽດນາມ ອອກຈາກບັນຊີລາຍຊື່ ບັນດາປະເທດຄວນຕິດຕາມເປັນພິເສດກ່ຽວກັບສາສະໜາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.