ຂ່າວເດັ່ນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ

(VOVWORLD) - ກອງປະຊຸມອະນາຄົດອາຊີ ຄັ້ງທີ 30 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ເຂົ້າຮ່ວມກອງປະຊຸມ ແລະ ມີບົດກ່າວປະໄສສຳຄັນ.

ພິທີໄຂກອງປະຊຸມ (ພາບ: VOV)

ກອງປະຊຸມອະນາຄົດ ອາຊີ ຄັ້ງທີ 30 ດ້ວຍຫົວຂໍ້ “ສິ່ງທ້າທາຍຂອງອາຊີ ໃນໂລກກເຕັມໄປດ້ວຍການຜັນແປ” ໄດ້ດຶງດູດການເຂົ້າຮ່ວມຂອງການນຳ, ນັກເສດຖະກິດ, ນັກຮຽນຮູ້ເປັນຈຳນວນຫຼາຍທີ່ມາຈາກບັນດາປະເທດ ອາຊີ - ປາຊີຟິກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ໄດ້ຮັບການເຊື້ອເຊີນໃຫ້ແກ່ 1 ໃນບັນດານັກປະຖະກະຖາຫຼັກກ ດ້ວຍບົດກ່າວປາໄສສຳຄັນໃນວັນທີ 30 ພຶດສະພາ.

ຢູ່ກອງປະຊຸມຄັ້ງນີ້, ບັນດາຄຳເຫັນຈະສຸມໃສ່ປຶກສາຫາລືບັນດາບັນຫາພາກພື້ນ, ບົດບາດຂອງອາຊີ ໃນປະຊາຄົມສາກົນ, ບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ບັນດາມາດຕະການແກ້ໄຂ… ພິເສດແມ່ນການເພີ່ມທະວີຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ກໍ່ແມ່ນໜຶ່ງໃນບັນດາຫົວຂໍ້ຫຼັກຂອງກອງປະຊຸມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.