ຂ່າວເດັ່ນ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນກວາງ​ເຟືອງ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​​ຜູ້​ແທນກຳ​ມາ​ທິ​ການ ການ​ຕ່າງ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ ​ຊູ​ແອັດ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນກວາງ​ເຟືອງ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​​ຜູ້​ແທນກຳ​ມາ​ທິ​ການ ການ​ຕ່າງ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ ​ຊູ​ແອັດ

(VOVWORLD) - ຕອນເຊົ້າວັນທີ 3 ມີນາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການ ການຕ່າງປະເທດ, ສະພາແຫ່ງຊາດ ຂອງລາຊະອານາຈັກຊູແອັດ ໂດຍທ່ານ Aron Emilsson ຫົວໜ້າກຳມາທິການເປັນຫົວໜ້າຄະນະ.

 ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການ ການຕ່າງປະເທດ, ສະພາແຫ່ງຊາດ ຂອງລາຊະອານາຈັກຊູແອັດ (ພາບ: quochoi.vn)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ແລະ ທ່ານ Aron Emilsson ໄດ້ຢັ້ງຢືນວ່າໃນໄລຍະຜ່ານມາການພົວພັນຮ່ວມມືໃນບັນດາຂົງເຂດ ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ຊູແອັດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງດີງາມ. ສອງຝ່າຍໄດ້ເນັ້ນໜັກຄວນສືບຕໍ່ເຮັດໃຫ້ການພົວພັນນີ້ເລິກເຊິ່ງຂຶ້ນຕື່ມ, ພິເສດສຸມໃສ່ບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ ແລະ ເປັນທ່າແຮງຂອງສອງຝ່າຍ.

ເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ສະເໜີສືບຕໍ່ແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພີ່ມທະວີການຮ່ວມມືຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງກຳລັງໜູນໃນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ແຕກຕ່າງກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.