ຂ່າວເດັ່ນ

ທ່ານ​ ໂຕ​ເລິມ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV

ທ່ານ​ ໂຕ​ເລິມ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV

(VOVWORLD) - ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV (ພາບ: VOV)

ຕອນເຊົ້າວັນທີ 23 ມັງກອນຢູ່ສຳນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມສະໄໝທີ XIV ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ເພື່ອຕັດສິນໃຈບັນດາບັນຫາສຳຄັນພິເສດ, ສ້າງຂີດໝາຍເລີ່ມຕົ້ນສະໄໝໃໝ່. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ໄດ້ມີບົດກ່າວຄຳເຫັນໄຂກອງປະຊຸມ ແລະ ຕາງໜ້າຄະນະປະທານກອງປະຊຸມ ບໍລິຫານໂຄງການຂອງກອງປະຊຸມ.

ບົນພື້ນຖານປະຕິບັດຢ່າງເຂັ້ມງວດກົດລະບຽບຂອງພັກ, ຂໍ້ກຳນົດການເຮັດວຽກ, ຂໍ້ກຳນົດການເລືອກຕັ້ງ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງ, ເສີມຂະຫຍາຍຈິດໃຈສາມັກຄີ ແລະ ຄວາມຮັບຜິດຊອບຢູ່ລະດັບສູງສຸດ, ປະຕິບັດຫຼັກການລວມສຸມປະຊາທິປະໄຕໃຫ້ເປັນຢ່າງດີ, ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ປະຕິບັດສຳເລັດບັນດາເນື້ອໃນສຳຄັນພິເສດຄື: ເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຮັບຟັງບົດລາຍງານກ່ຽວກັບບັນດາໂຄງຮ່າງຕຳແໜ່ງການນຳຫຼັກແຫຼ່ງຂອງພັກ, ລັດ ແລະ ປະກອບຄຳເຫັນກ່ຽວກັບບຸກຄະລາກອນດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາທິການ, ຄະນະກວດກາສູນກາງ, ປະທານຄະນະກວດກາສູນກາງ.

ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV.

This site is protected by reCAPTCHA and the Google Privacy Policy and Terms of Service apply.