ຂ່າວເດັ່ນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃຫ້​ຮູ້​ວ່າ ຫລາຍ​ປະ​ເທດ​ມີ​ຄວາມ​ສົນ​ໃຈ​ເຂົ້າ​ຮ່ວມ “ສະ​ພາ​ສັນ​ຕິ​ພາບ ກ່ຽວ​ກັບ​ເຂດ​ກາ​ຊາ”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໃຫ້​ຮູ້​ວ່າ ຫລາຍ​ປະ​ເທດ​ມີ​ຄວາມ​ສົນ​ໃຈ​ເຂົ້າ​ຮ່ວມ “ສະ​ພາ​ສັນ​ຕິ​ພາບ ກ່ຽວ​ກັບ​ເຂດ​ກາ​ຊາ”

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໃຫ້ຮູ້ວ່າ ມີປະເທດຈຳນວນໜຶ່ງ ໄດ້ເລີ່ມຕົ້ນການຜັນຂະຫຍາຍກຳລັງເພື່ອແນໃສ່ໜູນຊ່ວຍການຮັກສາສະພາບການຢູ່ເຂດກາຊາເປັນປົກກະຕິ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນທີ່ພິທີໄຂ ກອງປະຊຸມສັນຕິພາບ ກ່ຽວກັບເຂດກາຊາ (ພາບ: TTXVN)

ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ນັບມື້ນັບມີຫຼາຍປະເທດມີຄວາມສົນໃຈຕໍ່ເລື່ອງເຂົ້າຮ່ວມ ສະພາສັນຕິພາບ ກ່ຽວກັບເຂດກາຊາ ໂດຍແມ່ນຂໍ້ລິເລີ່ມສາກົນໃໝ່ເພື່ອແນໃສ່ຮັກສາສະພາບການຄວາມໝັ້ນຄົງເປັນປົກກະຕິ ແລະ ຊຸກຍູ້ການສ້າງເຂດກາຊາຄືນໃໝ່ພາຍຫຼັງການປະທະກັນມາເປັນຫຼາຍປີ. ບົດກ່າວຄຳເຫັນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກມາພາຍຫຼັງກອງປະຊຸມຄັ້ງ ທຳອິດ ຂອງບັນດາປະເທດສ້າງຕັ້ງສະພາຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ.

ທ່ານປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າ ມີປະເທດຈຳນວນໜຶ່ງ ໄດ້ເລີ່ມຕົ້ນການຜັນຂະຫຍາຍກຳລັງເພື່ອແນໃສ່ໜູນຊ່ວຍການຮັກສາສະພາບການຢູ່ເຂດກາຊາເປັນປົກກະຕິ. ໄປຄຽງຄູ່ກັນນັ້ນ, ມີບັນດາປະເທດບ້ານໃກ້ເຮືອນຄຽງຄື: ເອຢິບ ແລະ ຈໍແດນ ສວມບົດບາດສຳຄັນໃນການໜູນຊ່ວຍການສ້າງກຳລັງຕຳຫຼວດ ເປັນມືອາຊີບ ໂດຍແມ່ນປັດໄຈຫຼັກແຫຼ່ງເພື່ອຮັບປະກັນຄວາມໝັນຄົງທີ່ຍາວນານຢູ່ພາກພື້ນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.