ຂ່າວເດັ່ນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຂໍ້​ຕົກ​ລັງ​ສັນ​ຕິ​ພາບ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຂໍ້​ຕົກ​ລັງ​ສັນ​ຕິ​ພາບ

(VOVWORLD) - ວັນທີ 28 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ການຕ້ອນຮັບທ່ານ ປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ເຂດຕາກອາກາດ Mar-a-Lago, ຢູ່ລັດ Florida.

ກ່າວຄຳເຫັນກັບນັກຂ່າວຕໍ່ໜ້າການພົບປະກັນ, ທ່ານປະທານາທິບໍດີ Volodymyr Zelensky  ໃຫ້ຮູ້ວ່າ ບັນດາການປຶກສາຫາລືລະຫວ່າງ ວໍຊິງຕັນ ແລະ ກີແອັດ ບັນລຸໄດ້ຄວາມຄືບໜ້າໃນເດືອນ ພະຈິກ ແລະ ທ່ານຫວັງວ່າ ສັນຕິພາບອາດຈະບັນລຸໄດ້ຍິ່ງໄວກໍ່ຍິ່ງດີ. ທ່ານ Volodymyr Zelensky ກໍ່ໃຫ້ຮູ້ວ່າ ຈຸດສຸມຂອງການພົບປະກັບທ່ານປະທານາທິບໍດີ Donald Trump ແມ່ນແຜນການສັນຕິພາບ 20 ຂໍ້ ແລະ ວິວັດການເພື່ອແກ້ໄຂການປະທະກັນ.

ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ກ່ອນການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານຈະສືບຕໍ່ແລກປ່ຽນກັບທ່ານປະທານາທິບໍດີ ລັດເຊຍ ພາຍລັງການພົບປະນີ້. ທ່ານປະທານາທິບໍດີ ອາເມລິກາ ກໍ່ສະແດງຄວາມເຊື່ອໝັ້ນວ່າ ຈະບັນລຸໄດ້ຂໍ້ຕົກລົງສັນຕິພາບອີງຕາມພື້ນຖານທີ່ມີຢູ່ແລ້ວໃນປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.