ຂ່າວເດັ່ນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີແຕ່ 15 – 20% ​ຕໍ່ກັບ​ບັນ​ດາ​ປະ​ເທດ​ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​​ດ້ານການ​ຄ້າ​ສະ​ເພາະ​ກັບ ອາ​ເມ​ລິ​ກາ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີແຕ່ 15 – 20% ​ຕໍ່ກັບ​ບັນ​ດາ​ປະ​ເທດ​ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​​ດ້ານການ​ຄ້າ​ສະ​ເພາະ​ກັບ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 28 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ປະເທດນີ້ພວມກະກຽມຈັດວາງອັດຕາພາສີແຕ່ 15% ຫາ 20% ສຳລັບບັນດາປະເທດທີ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ວໍຊິງຕັນ.

 ຕາມທ່ານ Trump ແລ້ວ, ມີປະມານ 200 ປະເທດ ຈະໄດ້ຮັບແຈ້ງການຈາກ ອາເມລິກາ ໃນໄວໆນີ້ ກ່ຽວກັບອັດຕາພາສີທີ່ຄາດວ່າປະເທດນີ້ຈະຈັດວາງສຳລັບສິນຄ້າທີ່ສົ່ງອອກໄປຍັງ ອາເມລິກາ. ກ່ອນໜ້ານັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump  ໄດ້ຈັດວາງອັດຕາພາສີຕື່ມອີກ 10% ສຳລັບປະເທດສ່ວນຫຼາຍ ນັບແຕ່ເດືອນ ເມສາ ແລະ ຄາດວ່າ ຈະເພີ່ມອັດຕາພາສີເພີ່ມເຕີມສຳລັບຫຼາຍປະເທດອື່ນ ນັບແຕ່ວັນທີ 01 ສິງຫາ.

        ເມື່ອເວົ້າເຖິງການພົວພັນດ້ານການຄ້າກັບ ຈີນ, ໜຶ່ງໃນບັນດາຈຸດສຸມຂອງນະໂຍບາຍດ້ານການຄ້າຂອງ ອາເມລິກາ, ທ່ານປະທານາທິບໍດີ Trump ປາດຖະໜາວ່າ ຈີນ ຈະເປີດປະຕູຫຼາຍກວ່າອີກ ແລະ ອາເມລິກາ ຈະເຊື່ອມຕໍ່ການເຈລະຈາດ້ານການຄ້າກັບ ໄທ ແລະ ກຳປູເຈຍ ພາຍຫຼັງທີ່ສອງປະເທດນີ້ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ສັນຕິພາບ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.