ຂ່າວເດັ່ນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຖະ​ແຫຼງກອງ​ປະ​ຊຸມ​ໃໝ່​ຢູ່ ຢູ​ແກຼນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຖະ​ແຫຼງກອງ​ປະ​ຊຸມ​ໃໝ່​ຢູ່ ຢູ​ແກຼນ

(VOVWORLD) - ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ ໄດ້ວາງແຜນຈັດກອງປະຊຸມໃໝ່ກ່ຽວກັບ ຢູແກຼນ ເພື່ອແນໃສ່ສົມທົບກັນຍົກອອກປະຕິກິລິຍາຂອງ ເອີຣົບ ໃນສະພາບການ ອາເມລິກາ ພວມມີການປ່ຽນແປງນະໂຍບາຍທີ່ໄດ້ສ້າງຄວາມສະເທືອນໃນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  (ພາບ: THX/TTXVN)

ວັນທີ 19 ກຸມພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel  Macron ໃຫ້ຮູ້ວ່າ ໄດ້ວາງແຜນຈັດກອງປະຊຸມໃໝ່ກ່ຽວກັບ ຢູແກຼນ ເພື່ອແນໃສ່ສົມທົບກັນຍົກອອກປະຕິກິລິຍາຂອງ ເອີຣົບ ໃນສະພາບການ ອາເມລິກາ ພວມມີການປ່ຽນແປງນະໂຍບາຍທີ່ໄດ້ສ້າງຄວາມສະເທືອນໃນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ທ່ານປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ຈະລວມມີບາງປະເທດເຂດ Baltic, ແບນຊິກ, ການາດາ, ແຟງລັງ, ເກຼັກ, ນອກແວ, ສ.ເຊັກໂກ, ໂຣມາເນຍ, ຊູແອັດ ພ້ອມກັບບັນດາການນຳເອີຣົບ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO).

        ກ່ອນໜ້ານັ້ນ, ວັນທີ 17 ກຸມພາ, ຝລັ່ງ ກໍຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ ຢູແກຼນ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ເຊິ່ງ ເອີຣົບ ພວມຕ້ອງປະເຊີນໜ້າ. ບັນດາປະເທດເຂົ້າຮ່ວມໄດ້ຕົກລົງເປັນເອກະພາບ ຈະຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ພ້ອມທັງຍົກອອກການຄາດຄະເນກ່ຽວກັບຄຳສັ່ງຢຸດຍິງ ແຕ່ບໍ່ມີຂໍ້ຕົກລົງສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.