ຂ່າວເດັ່ນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ (UAE)

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ (UAE)

(VOVWORLD) - ປະທານາທິບໍດີ ສອງທ່ານກໍ່ແລກປ່ຽນກ່ຽວກັບລະດັບຄວາມສຳຄັນຂອງກອງະຊຸມ ສຸດຍອດ ລັດເຊຍ - ອາຣັບ ຈະມາເຖິງໃນເດືອນຕຸລາຈະມາເຖິງ, ເພື່ອແນໃສ່ເພີ່ມທະວີການພົວພັນຂອງ ລັດເຊຍ ກັບ ໂລກອາຣັບ.

ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Mohammed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (ພາບ:  Sputnik/Alexei Nikolsky/Pool via REUTERS)

ໃນການພົບປະເຈລະຈາກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໃນວັນທີ 7 ສິງຫາ, ຢູ່ວັງ Krmelin ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍຢ່າງເປັນທາງການຂອງທ່ານ Mohammed bin Zayed Al Nahyan ປະທານາທິບໍດີ ສະຫະລັດ ອາຣັບ ເອມີເລດ (UAE), ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບແງ່ມູນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ໃນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບການເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ອາວະກາດ, ພະລັງງານ ແລະ ບັນດາຂົງເຂດອື່ນໆຮັບໃຊ້ໃຫ້ແກ່ບັນດາບຸລິມະສິດພັດທະນາຂອງສອງປະເທດ. ປະທານາທິບໍດີ ສອງທ່ານກໍ່ແລກປ່ຽນກ່ຽວກັບລະດັບຄວາມສຳຄັນຂອງກອງະຊຸມ ສຸດຍອດ ລັດເຊຍ - ອາຣັບ ຈະມາເຖິງໃນເດືອນຕຸລາຈະມາເຖິງ, ເພື່ອແນໃສ່ເພີ່ມທະວີການພົວພັນຂອງ ລັດເຊຍ ກັບ ໂລກອາຣັບ. ທ່ານ Al Nahyan ເນັ້ນໜັກວ່າ ການພົວພັນລະຫວ່າງ UAE ແລະ ລັດເຊຍ ແມ່ນບົນຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນແລະກັນ, ກໍ່ຄືການພົວພັນຢ່າງເລິກເຊິ່ງ ແລະ ມີລັກສະນະສ້າງສັນໄດ້ແກ່ຍາວເປັນເວລາກ່ວາ 50 ປີແລ້ວ, ພ້ອມທັງ ຕີລາຄາສູງບົດບາດຂອງ ລັດເຊຍ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.