ຂ່າວເດັ່ນ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະ​ເໜີ​ຢຸດ​ຍິງ​ທາງ​ອາ​ກາດ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ສະ​ເໜີ​ຢຸດ​ຍິງ​ທາງ​ອາ​ກາດ

(VOVWORLD) - ສື່ມວນຊົນ ລັດເຊຍ ຕີລາຄາວ່າ ນີ້ອາດສາມາດແມ່ນການປ່ຽນແປງໃນແນວທາງນະໂຍບາຍຂອງ ກີແອັບໃນສະພາບການ ມົດສະກຸ ປະຕິບັດການບຸກໂຈມຕີຄັ້ງໃຫຍ່ ເລັ່ງໃສ່ບັນດາວິສາຫະກິດອຸດສາຫະກຳການທະຫານ, ພື້ນຖານໂຄງລ່າງອາຍແກັດ ແລະ ໄຟຟ້າຂອງ ຢູແກຼນ.

ວັນທີ 5 ຕຸລາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ສະແດງຄວາມເຊື່ອໝັ້ນຕໍ່ຄຳສັ່ງຢຸດຍິງທາງອາກາດແມ່ນສິ່ງທີ່ອາດສາມາດເປັນໄປໄດ້. ຖະແຫຼງການນີ້ໄດ້ຍົກອອກມາໃນສະພາບການລັດເຊຍ ພວມຜັນຂະຫຍາຍບັ້ນບຸກໂຈມຕີຂອບຂະໜາດໃຫຍ່ ເລັ່ງໃສ່ພື້ນຖານໂຄງລ່າງພະລັງງານຂອງ ປະເທດ ຢູແກຼນ.

ໃນບົດທີ່ໄດ້ເອົາລົງໃນຊ່ອງ Telegram, ທ່ານປະທານາທິບໍດີ Volodymyr Zelensky ຢັ້ງຢືນວ່າ ຄຳສັ່ງຢຸດຍິງພຽງລຳພັງຝ່າຍດຽວແມ່ນບໍ່ມີຄວາມເປັນໄປໄດ້ສູງ ແລະ ຄຳສັ່ງຢຸດຍິງນີ້ ອາດສາມາດເປີດເສັ້ນທາງໃຫ້ແກ່ວິທີການການທູດທີ່ແທ້ຈິງ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັນນັ້ນ, ທ່ານກໍ່ເນັ້ນໜັກຖືວ່າຕ້ອງສືບຕໍ່ເພີ່ມທະວີວຽກງານປ້ອງກັນ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງດ້ານປ້ອງກັນຊາດໂດຍໄວ, ພິເສດແມ່ນກ່ຽວກັບການປ້ອງກັນອາກາດ.

ສື່ມວນຊົນ ລັດເຊຍ ຕີລາຄາວ່າ ນີ້ອາດສາມາດແມ່ນການປ່ຽນແປງໃນແນວທາງນະໂຍບາຍຂອງ ກີແອັບໃນສະພາບການ ມົດສະກຸ ປະຕິບັດການບຸກໂຈມຕີຄັ້ງໃຫຍ່ ເລັ່ງໃສ່ບັນດາວິສາຫະກິດອຸດສາຫະກຳການທະຫານ, ພື້ນຖານໂຄງລ່າງອາຍແກັດ ແລະ ໄຟຟ້າຂອງ ຢູແກຼນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.