ຂ່າວເດັ່ນ

ທ່ານ​ປະ​ທານ​ປະ​ເທດ ເລື​ອງ​ເກື່ອງ ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ລິດ​ວາ

ທ່ານ​ປະ​ທານ​ປະ​ເທດ ເລື​ອງ​ເກື່ອງ ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ລິດ​ວາ

(VOVWORLD) - ທ່ານປະທານປະເທດ ເລືືອງເກື່ອງ ແລະ ທ່ານປະທານາທິບໍດີ Gitanas Nauseda ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ເລືອງເກື່ອງ ແຫ່ງສສ.ຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ລິດວາ Gitanas Nauseda ແລະ ພັນລະຍາ (ພາບ: VOV)

ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ແຫ່ງສສ.ຫວຽດນາມ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ລິດວາ Gitanas Nauseda ແລະ ພັນລະຍາຢ່າງເປັນທາງການ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 11 – 12 ມິຖຸນາ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືືອງເກື່ອງ ແລະ ທ່ານປະທານາທິບໍດີ Gitanas Nauseda ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ. ການນຳສອງທ່ານພ້ອມກັນເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສະບັບຕ່າງໆລະຫວ່າງບັນດາກະຊວງ ແລະ ຄູ່ຮ່ວມືສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.