ຂ່າວເດັ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ສອງ​ຝ່າຍ​ກັບ​ບັນ​ດາ​ການ​ນຳ​ຢູ່ນອກກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ສອງ​ຝ່າຍ​ກັບ​ບັນ​ດາ​ການ​ນຳ​ຢູ່ນອກກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46

(VOVWORLD) - ທີ່ການພົບປະກັບທ່ານນາງ Maria Fernanda Layປະທານສະພາແຫ່ງຊາດ ຕີມໍເລັດສະເຕ , ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະແດງຄວາມຍິນດີຕໍ່ເລື່ອງ ຕີມໍແລັດສະເຕີ ກາຍເປັນປະເທດສະມາຊິກທີ 11 ຂອງ ອາຊຽນ ຢູ່ກອງປະຊຸມສຸດຍອດ ອາຊຽນ 47 (ເດືອນ ຕຸລາ 2025).

(ພາບ: VOV)

ຕອນເຊົ້າວັນທີ 17 ກັນຍາ, ຢູ່ Kuala Lumpur (ມາເລເຊຍ), ຢູ່ນອກກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA-46), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິ້ນ ໄດ້ພົບປະກັບປະທານສະພາແຫ່ງຊາດ ກຳປູເຈຍ Khuon Sudary ແລະ ທ່ານນາງ ປະທານສະພາແຫ່ງຊາດ ຕີມໍສະເຕ Maria Fernanda Lay.

ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Khuon Sudary, ການນຳສອງທ່ານໄດ້ເຫັນດີເປັນເປັນເອກະພາບທິດທາງການຮ່ວມມືຈຳນວນໜຶ່ງໃນໄລຍະຈະມາເຖິງ, ໃນການຮັກສາການພົບປະລະຫວ່າງລັດຖະສະພາສອງປະເທດເພື່ອແລກປ່ຽນປະສົບການໃນຂົງເຂດສ້າງກົດໝາຍ, ຕິດຕາມ ແລະ ຕັດສິນໃຈບັນດາບັນຫາສຳຄັນຂອງປະເທດຊາດ, ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດອົງການສ້າງສ້າງກົດໝາຍສອງປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ.

ທີ່ການພົບປະກັບທ່ານນາງ Maria Fernanda Layປະທານສະພາແຫ່ງຊາດ ຕີມໍເລັດສະເຕ , ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະແດງຄວາມຍິນດີຕໍ່ເລື່ອງ ຕີມໍແລັດສະເຕີ ກາຍເປັນປະເທດສະມາຊິກທີ 11 ຂອງ ອາຊຽນ ຢູ່ກອງປະຊຸມສຸດຍອດ ອາຊຽນ 47 (ເດືອນ ຕຸລາ 2025). ທ່ານນາງ Maria Fernanda Layປະທານສະພາແຫ່ງຊາດ ຕີມໍເລັດສະເຕ ປະກາດວ່າ ສະພາແຫ່ງຊາດ ຕີມໍແລັດສະເຕ ໄດ້ໃຫ້ສັດຕະຍາບັນສັນຍາຍົກເວັ້ນວິຊາຂອງຜູ້ມີປາດປອດການທູດ ແລະ ປຼາດປອດທາງລັດຖະການ, ທ່ານປາດຖະໜາຢາກ ໃຫ້ຫວຽດນາມ ເປີດສະຖານທູດ ປະຈຳ ຕີມໍເລັດສະເຕ ໂດຍໄວ ແລະ ຂອບອົບຂອບໃຈ ຫວຽດນາມ ຍາມໃດກໍ່ຮ່ວມມືຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ຕີມໍເລັດສະເຕ

This site is protected by reCAPTCHA and the Google Privacy Policy and Terms of Service apply.