ຂ່າວເດັ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ຖະ​ຫວາຍ​ທູບ​ທຽ​ນ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ກວ໋າງ​ຈິ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຈິ່ນ​ແທັງ​ເໝິນ ຖະ​ຫວາຍ​ທູບ​ທຽ​ນ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ກວ໋າງ​ຈິ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະປະຕິບັດງານໄດ້ສະຫງວນໜຶ່ງນາທີອາໄລຫາບັນດາຄຸນວາມຄວາມດີຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ອຸທິດສ່ວນອາຍຸຂອງຕົນ, ເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.

ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ຖະຫວາຍທູບທຽນ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ກວ໋າງຈິ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2025), ຕອນບ່າຍວັນທີ 27 ເມສາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມກັບຄະນະປະຕິບັດງານ ໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ແລະ ເຂດສຸສານແຫ່ງຊາດ ທາງຫຼວງເລກ 9. ຢູ່ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ແລະ ເຂດສຸສານແຫ່ງຊາດ  ທາງຫຼວງເລກ 9, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະປະຕິບັດງານໄດ້ສະຫງວນໜຶ່ງນາທີອາໄລຫາບັນດາຄຸນວາມຄວາມດີຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ອຸທິດສ່ວນອາຍຸຂອງຕົນ, ເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.