ຂ່າວເດັ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມພິ​ທີ​ເປີດ​ນຳ​ໃຊ້​ໂຄງ​ການ​ປະ​ຕິ​ສັງ​ຂອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານອະ​ນຸ​ສາ​ວະ​ລີ ເລ​ຂາ​ທິ​ການ​ໃຫຍ່ ເລຢວນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມພິ​ທີ​ເປີດ​ນຳ​ໃຊ້​ໂຄງ​ການ​ປະ​ຕິ​ສັງ​ຂອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານອະ​ນຸ​ສາ​ວະ​ລີ ເລ​ຂາ​ທິ​ການ​ໃຫຍ່ ເລຢວນ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະໄດ້ຕັດແຖບຜ້າເປີດນຳໃຊ້ເຂດອະນຸສາວາລີ, ຖະຫວາຍທູບທຽນດອກໄມ້ ອາໄລຫາທ່ານອະດີດເລຂາທິການໃຫຍ່ ເລຢວນ.

 ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະໄດ້ຕັດແຖບຜ້າເປີດນຳໃຊ້ເຂດອະນຸສາວາລີ (ພາບ: VOV)

ໃນການເດີນທາງປະຕິບັດງານຢູ່ບັນດາແຂວງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ພາກກາງ, ຕອນເຊົ້າວັນທີ 28 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຄງການປະຕິສັງຂອນເຂດອະນຸສາວະລີ ເລຂາທິການໃຫຍ່ ເລຢວນ ຢູ່ຕາແສງ ຈ້ຽວແທັ່ງ, ເມືອງຈ້ຽວຟອງ, ແຂວງ ກ໋ວາງຈິ; ວາງພວງມາລາ, ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດຮ່ອງຮອຍປະຫວັດສາດລະດັບຊາດພິເສດ ກຳແພງເກົ່າ ກ໋ວາງຈິ.

ທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະໄດ້ຕັດແຖບຜ້າເປີດນຳໃຊ້ເຂດອະນຸສາວາລີ, ຖະຫວາຍທູບທຽນດອກໄມ້ ອາໄລຫາທ່ານອະດີດເລຂາທິການໃຫຍ່ ເລຢວນ. ຂຽນປຶ້ມໄວ້ອາໄລ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ເລຢວນ ແມ່ນນັກຮົບປະຕິວັດອົງອາດກ້າແກ່ນ, ເປັນການນຳປີຊາສາມາດຂອງການປະຕິວັດ ຫວຽດນາມ, ນັກຮຽນດີເດັ່ນ, ຜູ້ສືບທອດພາລະກິດຫ່ງການປະຕິວັດທີ່ສະຫງ່າອົງອາດ ຂອງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ເປັນລູກດີເດັ່ນຂອງເຂດດິນແດນກ໋ວາງຈິ.

This site is protected by reCAPTCHA and the Google Privacy Policy and Terms of Service apply.