ຂ່າວເດັ່ນ

ທ່ານ​ສາດ​ສະ​ດາ​ຈານ ຍີ່​ປຸ່ນ ໄດ້​ແຕ່ງ​ຕັ້ງ​ເປັນ​ກົງ​ສູນ​ກຽດ​ຕິ​ຍົດ​ຂອງ ຫວຽດ​ນາມ ປະ​ຈຳ Nagoya

ທ່ານ​ສາດ​ສະ​ດາ​ຈານ ຍີ່​ປຸ່ນ ໄດ້​ແຕ່ງ​ຕັ້ງ​ເປັນ​ກົງ​ສູນ​ກຽດ​ຕິ​ຍົດ​ຂອງ ຫວຽດ​ນາມ ປະ​ຈຳ Nagoya

(VOVWORLD) - ທ່ານ Natsume ແມ່ນເປັນສາດສະດາຈານມະຫາວິທະຍາໄລ Aichigakuin, ເຄີຍໄດ້ຮັບການແຕ່ງຕັ້ງເປັນກົງສູນກຽດຕິຍົດຂອງ ຫວຽດນາມ ໃນປີ 2017.

(ພາບ: VOV-Tokyo)

    ວັນທີ 10 ຕຸລາ, ຢູ່ນະຄອນຫຼວງ Tokyo, ປະເທດ ຍີ່ປຸ່ນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຈັດພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສູນກຽດຕິຍົດຂອງ ຫວຽດນາມ ປະຈຳນະຄອນ Nagoya ແຂວງ Aichi. ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຮັບການມອບໝາຍໜ້າທີ່ຈາກກະຊວງການຕ່າງປະເທດ ຫວຽດນາມ ມອບໃຫ້ທ່ານສາດສະດາຈານ, ປະລິນຍາເອກ Natsume Nagato.

    ທ່ານ Natsume ແມ່ນເປັນສາດສະດາຈານມະຫາວິທະຍາໄລ Aichigakuin, ເຄີຍໄດ້ຮັບການແຕ່ງຕັ້ງເປັນກົງສູນກຽດຕິຍົດຂອງ ຫວຽດນາມ ໃນປີ 2017. ຍ້ອນບັນດາການປະກອບສ່ວນອັນຕັ້ງໜ້າຕໍ່ການພົວພັນ ຫວຽດນາມ-ຍິ່ປຸ່ນ, ທ່ານເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ໂດຍທ່ານປະທານປະເທດ ສສ ຫວຽດນາມ ມອບໃຫ້ເມື່ອເດືອນເມສາປິ 2016.

This site is protected by reCAPTCHA and the Google Privacy Policy and Terms of Service apply.