ຂ່າວເດັ່ນ

ທ່ານ Trump ນາບຂູ່ຈັດວາງພາສີສຳລັບບັນດາປະເທດທີ່ບໍ່ສະໜັບສະໜູນເປົ້າໝາຍ ອາເມລິກາ ຄວບຄຸມ Greenland

ທ່ານ Trump ນາບຂູ່ຈັດວາງພາສີສຳລັບບັນດາປະເທດທີ່ບໍ່ສະໜັບສະໜູນເປົ້າໝາຍ ອາເມລິກາ ຄວບຄຸມ Greenland

(VOVWORLD) - ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump.

ທ່ານ Donald Trump,  ປະທານາທິບໍດີ ອາເມລິກາ
(ພາບປະກອບ: REUTERS/Kevin Lamarque)

        ວັນທີ 16 ມັງກອນ, ທ່ານ Donald Trump,  ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານອາດຈະຈັດວາງພາສີສຳລັບບັນດາປະເທດທີ່ບໍ່ຍອມຮັບເປົ້າໝາຍຂອງ ວໍຊິງຕັນ ແມ່ນຍາດເອົາສິດຄວບຄຸມ Greenland.

        ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump. ປະຈຸບັນ, ອາເມລິກາ ພວມຈັດວາງອັດຕາພາສີສູງສຸດ 15% ສຳລັບສິນຄ້າສົ່ງອອກຈາກສະຫະພາບ ເອີລົບ (ອີຢູ) ໃນຂະນະນັ້ນ, ອີຢູ ແມ່ນຄູ່ຄ້າ ແລະ ແຫຼ່ງນຳເຂົ້າໃຫຍ່ທີ່ສຸດຂອງ ວໍຊິງຕັນ.

        ຫວ່າງມໍ່ໆມານີ້, ທ່ານ Donald Trump ໄດ້ເນັ້ນໜັກຢ່າງລຽນຕິດຕໍ່ເລື່ອງຄວບຄຸມ Greenland ແມ່ນຄວາມຈຳເປັນໃຫ້ແກ່ຄວາມໝັ້ນຄົງຂອງ ອາເມລິກາ. ປະທານາທິບໍດີ ອາເມລິກາ ກໍ່ອາດອາສາດຈະນຳໃຊ້ມາດຕະການດ້ານການທະຫານ, ເຖິງໄດ້ໃຫ້ຮູ້ວ່າ ໃຫ້ບຸລິມະສິດບັນດາຄວາມມານະພະຍາຍາມຜ່ານທາງການທູດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.