ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລີມ ກວດກາການເຄື່ອນໄຫວຂອງອຳນາດການປົກຄອງສອງຂັ້ນຢູ່ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່ ໂຕເລີມ ກວດກາການເຄື່ອນໄຫວຂອງອຳນາດການປົກຄອງສອງຂັ້ນຢູ່ຮ່າໂນ້ຍ.

(VOVWORLD) -ຕອນບ່າຍວັນທີ 1 ກໍລະກົດ ຢູ່ຮ່າໂນ້ຍ, ໃນການເຄື່ອນໄຫວມື້ທຳອິດຂອງ ອຳນາດການປົກຄອງ ສອງຂັ້ນໃນທົ່ວປະເທດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ກວດກາຂະບວນວິວັດການເຄື່ອນໄຫວຢູ່ຕາແສງ ຟຸກທິ້ງ, ສູນບໍລິການການປົກຄອງສາທາລະນະຢູ່ຖະໜົນ ວໍ້ຈີ້ກົງ ແລະ ຢູ່ຕາແສງໄຕໂຮ່.


 
ທ່ານເລຂາທິການໃຫຍ່ ໂຕເລີມ ໂອ້ລົມກັບປະຊາຊົນຢູ່ ສູນບໍລິການການ ປົກຄອງສາທາລະນະຢູ່ຖະໜົນ ວໍ້ຈີ້ກົງ

      ທີ່ການຢ້ຽມຢາມແຫ່ງຕ່າງໆ, ທ່ານເລຂາທິການໃຫຍ່  ພ້ອມກັບຄະນະໄດ້ລົງກວດກາວຽກງານກະກຽມ, ນັບແຕ່ແຫຼ່ງຊັບພະຍາກອນມະນຸດເຖິງພື້ນຖານໂຄງລ່າງ ແລະ ການເຮັດວຽກໃນສະພາບແວດລ້ອມອິນເຕີເນັດໃນການແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນບໍລິເວນ. ການປະເມີນເບື້ອງຕົ້ນເຫັນວ່າ ການເຄື່ອນໄຫວຂອງຫົວໜ່ວຍປົກຄອງໃໝ່ ແມ່ນເປັນໄປຢ່າງຕໍ່ເນື່ອງ ແລະ ທະລຸລົງ, ທຸກລະບຽບການບໍລິຫານຂອງປະຊາຊົນ ໄດ້ຮັບການແກ້ໄຂຈາກພະນັກງານ

    ເຮັດວຽກກັບອຳນາດການປົກຄອງຕາແສງ ຟຸກທິ້ງ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນຕ້ອງສືບຕໍ່ກະກຽມພາຫະນະອຸປະກອນເຕັກນິກຢ່າງລະອຽດ, ບໍ່ປະໃຫ້ມີເວລາຫວ່າງ, ດ້ວຍທິດນຳຮັບໃຊ້ປະຊາຊົນເປັນຢ່າງດີ


This site is protected by reCAPTCHA and the Google Privacy Policy and Terms of Service apply.