ຂ່າວເດັ່ນ

ທ່ານເລຂາທິການໃຫຍ່ ໂຕເລີມ: Petrovienam ຕ້ອງເສີມຂະຫຍາຍບົດບາດເປັນແກນສານໃນການສ້າງຕ່ອງໂສ້ມູນຄ່າອຸດສາຫະກຳທັນສະໄໝ .

ທ່ານເລຂາທິການໃຫຍ່ ໂຕເລີມ: Petrovienam ຕ້ອງເສີມຂະຫຍາຍບົດບາດເປັນແກນສານໃນການສ້າງຕ່ອງໂສ້ມູນຄ່າອຸດສາຫະກຳທັນສະໄໝ .

(VOVWORLD) -ຕອນບ່າຍວັນທີ 21 ກັນຍານີ້, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກຳ ແລະ ພະລັງງານແຫ່ງຊາດ ຫວຽດນາມ Petrovietnam ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (3/9/1975 – 3/9/2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ. ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີ.

ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີ

      ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ Petrovietnam ໃນ 50 ປີຜ່ານມາ, ໃນນັ້ນ Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດ. ທ່ານເລຂາທິການໃຫຍ່ ຮຽກຮ້ອງ Petrovienam ຍາມໃດກໍ່ເສີມຂະຫຍາຍບົດບາດເປັນແກນສານໃນການສ້າງຕ່ອງໂສ້ມູນຄ່າອຸດສາຫະກຳທັນສະໄໝ, ບຸກເບີກການຫັນປ່ຽນພະລັງງານ, ພະລັງງານໃໝ່ ແລະ ພະລັງງານທົດແທນ; ຖືວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນເປັນບາດໄມ້ງັດບຸກທະລຸ, ພ້ອມທັງສ້າງການບໍລິຫານໃຫ້ສົມບູນແບບຕາມມາດຕະຖານສາກົນຕິດພັນກັບການພັດທະນາແບບຍືນຍົງ. |

 

This site is protected by reCAPTCHA and the Google Privacy Policy and Terms of Service apply.