ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທູດພິເສດຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung. |
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນນະໂຍບາຍສະເໝີຕົ້ນ
ສ່ວນທ່ານທູດພິເສດ Park Chang Dal ເນັ້ນໜັກວ່າ, ທ່ານປະທານາທິບໍດີ Lee Jae Myung ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້ າໃນການປະຕິບັດນະໂຍບາຍການຕ່ າງປະເທດຂອງພາກພື້ນ; ຫວັງວ່າສອງຝ່າຍຈະເພີ່ມ ທະວີການແລກປ່ຽນ ແລະ ການພົວພັນລະຫວ່າງສອງປະເທດ ໃນລະດັບສູງ; ຊຸກຍູ້ການຮ່ວມມືດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ມີການພັ ດທະນາແບບຍືນຍົງ, ມີປະສິດທິຜົນ ; ພ້ອມທັງຮຽກຮ້ອງໃຫ້ ຫວຽດນາມ ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ບັນດາວິ ສາຫະກິດ ສ.ເກົາຫຼີ ດຳເນີນທຸລະກິດ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດໄຟຟ້ານິ ວເຄຼຍ, ເພີ່ມທະວີການຮ່ວມມືເພື່ອ ຮັບມືກັບການປ່ຽນແປງຂອງ ສະພາບແວດລ້ອມເສດຖະກິດການຄ້ າສາກົນ.







